ຂ່າວເດັ່ນ

ຫວຽດ​ນາມ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດ​ນາມ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ (ພາບ: VOV)

 ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ກະຊວງເຕັກໂນໂລຢີ ແລະ ການສື່ສານລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດ, ຫັນເອກະສານຮ່ວມມືທີ່ໄດ້ລົງນາມແລ້ວເປັນລະອຽດ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນການຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ - ບັນດາເນື້ອໃນສຳຄັນໃນແຜນການເຊື່ອມຕໍ່ສອງພື້ນຖານເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ລາວ ກ່ຽວກັບການພັດທະນາວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ຢັ້ງຢືນຄວາມພ້ອມຮ່ວມມືກັບລາວໃນການພັດທະນາແຫຼ່ງບຸກຄະລາກອນວິທະຍາສາດ - ເຕັກໂນໂລຢີ, ສ້າງລະບົບນິເວດ startup , ສູນຂໍ້ມູນ, ຊຸກຍູ້ການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນກ່ຽວກັບຄວາມປອດໄພທາງໄຊເບີ.  

        ສ່ວນທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ  ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍລາວໃນການໝູນໃຊ້ປັນຍາປະດິດ, ສ້າງສູນຂໍ້ມູນ, ຫັນເປັນດີຈີຕອນ, ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.

  ໃນຂອບເຂດເຂົ່າຮ່ວມເວທີປາໄສຄັ້ງນີ້, ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບຜູ້ຕາງໜ້າບັນດາວິສາຫະກິດໃນລະບົບນິເວດສູນການເງິນສາກົນປະຈຳ ຫວຽດນາມ. ນະທີ່ນີ້, ບັນດາຜູ້ແທນຂອງກຸ່ມບໍລິສັດ, ອົງການການເງິນໃຫຍ່ໃນພາກພື້ນ ແລະ ໂລກ ໄດ້ແບ່ງປັນກ່ຽວກັບວິໄສທັດ ແລະ ຢັ້ງຢືນຄຳໝັ້ນສັນຍາຮ່ວມມື ແນໃສ່ປະກອບສ່ວນເຂົ້າໃນການສ້າງນະຄອນ ໂຮ່ຈີມິນ ກາຍເປັນສູນການເງິນສາກົນແຖວໜ້າໃນພາກພື້ນ, ຜ່ານນັ້ນ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງຂອງປະເທດຊາດ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.