ຂ່າວເດັ່ນ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມມອບ​ສິດ​ໃຫ້​ແມ່​ຍິງ​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມມອບ​ສິດ​ໃຫ້​ແມ່​ຍິງ​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) -ຕາມທ່ານນາງ Caitlin Wiesen ຫົວໜ້າຜູ້ຕາງໜ້າອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ພວມມານະພະຍາຍາມມອບສິດໃຫ້ແກ່ແມ່ຍິງຢູ່ເຂດຫ່າງໄກສອກຫຼີກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ທ່ານນາງ Caitlin Wiesen ຫົວໜ້າຜູ້ຕາງໜ້າອົງການພັດທະນາ ສປຊ (UNDP) (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ, ທ່ານນາງ Caitlin Wiesen ໄດ້ຕີລາຄາສູງໝາກຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ດ້ວຍອັດຕາສະມາຊິກສະພາແຫ່ງຊາດຍິງ ກວມເອົາ 30,26%, ເພີ່ມຂຶ້ນ 3,54% ເມື່ອທຽບໃສ່ກັບອາຍຸການກ່ອນ. ທ່ານນາງ Caitlin Wiesen ກໍ່ເນັ້ນໜັກວ່າ ຄວນເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນຊີວິດການເມືອງໃຫ້ຫຼາຍກວ່າອີກ ແລະ ອົງການ UNDP ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ໃນຄວາມມານະພະຍາຍາມນີ້. ທ່ານນາງ Caitlin Wiesen ກໍ່ຖືວ່າ ການມອບສິດດ້ານເສດຖະກິດ ແລະ ໜູນຊ່ວຍດ້ານການເງິນໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ ຈະຊ່ວຍໃຫ້ລັດຖະບານບັນດາປະເທດ ແລະ ປະຊາຊົນຟື້ນຟູຢ່າງແຮງ ແລະ ຍືນຍົງ, ພ້ອມທັງສະເໜີວ່າ ເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນການປະດິດຄິດສ້າງ ແລະ ພັດທະນາເສດຖະກິດ, ຄວນຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນເພື່ອຮັບປະກັນວ່າ ແມ່ຍິງ ແລະ ເດັກນ້ອຍຍິງຈະບໍ່ຖືກປະໄວ້ຢູ່ທາງຫຼັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.