ຂ່າວເດັ່ນ

ຫວຽດ​ນາມ ມີ​ແຜນ​ການ​ກໍ່​ສ້າງ​ອະນຸ​ສາ​ວະ​ລີ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ປະ​ເທດ​ທີ່​ເຄີຍ​ຊ່ວຍ​ເຫຼືອ​ ຫວຽດ​ນາມ​ ໃນ​ປາງ​ສົງ​ຄາມ

ຫວຽດ​ນາມ ມີ​ແຜນ​ການ​ກໍ່​ສ້າງ​ອະນຸ​ສາ​ວະ​ລີ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ປະ​ເທດ​ທີ່​ເຄີຍ​ຊ່ວຍ​ເຫຼືອ​ ຫວຽດ​ນາມ​ ໃນ​ປາງ​ສົງ​ຄາມ

(VOVWORLD) - ວັນທີ 9 ກໍລະກົດ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາອົງການ, ຫົວໜ່ວຍເພື່ອຜັນຂະຫຍາຍກໍ່ການສ້າງອະນຸສາວະລີນັກຮົບບັນດາປະເທດທີ່ເຄີຍຊ່ວຍເຫຼືອ ຫວຽດນາມ ໃນປາງສົງຄາມ, ຢູ່ຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ.


 ນີ້ແມ່ນກິດຈະກຳກໍ່ສ້າງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (2 ກັນຍາ 1945 – 2 ກັນຍາ 2025).

ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: qdnd.vn)

        ຄາດວ່າ ກິດຈະກຳຈະໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນ 3.000 ຕາແມັດ ໃນບໍລິເວນຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ, ລວມມີ: ສັນຍາລັກລວມກ່ຽວກັບການຊ່ວຍເຫຼືອ, ການເສຍສະຫຼະຊີວິດຂອງບັນດານັກຊ່ຽວຊານດ້ານການທະຫານຂອງບັນດາປະເທດ; ອະນຸສາວະລີສະແດງຄວາມຮູ້ບຸນຄຸນນັກຊ່ຽວຊານດ້ານການທະຫານບັນດາປະເທດ ອະດີດໂຊຫວຽດ/ສະຫະພັນ ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ; ຝາພາບຄວັດສະຫຼັກນູນ.

        ປັດຈຸບັນ, ກົມໂຄສະນາອົບຮົມ ໄດ້ສົມທົບກັບຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ແລະ ກົມພົວພັນຕ່າງປະເທດ ຕິດຕໍ່ເຊີນນັກຊ່ຽວຊານແກະຄວັດສະຫຼັກແຖວໜ້າຂອງປະເທດມາຄົ້ນຄວ້າ, ກະກຽມແບບຢ່າງຮູບປັ້ນແລ້ວຂໍຄຳເຫັນຂອງບັນດາປະເທດດັ່ງກ່າວ.


This site is protected by reCAPTCHA and the Google Privacy Policy and Terms of Service apply.