ຂ່າວເດັ່ນ

ຫວຽດ​ນາມ ມີ​ເງື່ອນ​ໄຂ​ພາຍ​ໃນ​ພຽງ​ພໍ ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

ຫວຽດ​ນາມ ມີ​ເງື່ອນ​ໄຂ​ພາຍ​ໃນ​ພຽງ​ພໍ ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ, ຫວຽດນາມ ກຳນົດວິໄສທັດຍາວນານພັດທະນາ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງພື້ນຖານເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ ແລະ ເສດຖະກິດສີຂຽວ....

 
(ພາບ: NIC)

    ໃນສະພາບການທີ່ການແກ່ງແຍ້ງ ແລະ ຫັນປ່ຽນຢ່າງແຮງຂອງລະບົບສະໜອງທົ່ວໂລກ, ຫວຽດນາມ ມີເງື່ອນໄຂພາຍໃນຢ່າງພຽງພໍທີ່ຈຳເປັນ ເພື່ອຍົກສູງທີ່ຕັ້ງບົດບາດໃນລະບົບສະໜອງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າເທື່ອລະກ້າວ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນຈີຢຸງ, ຮອງນາຍົກລັດຖະມົນຕີ ທີ່ພິທີໄຂງານວາງວະແດງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫວຽດນາມ 2025 – SEMIEXPO Viet Nam 2025 ຈັດຂຶ້ນໃນຕອນເຊົ້າວັນທີ 7 ພະຈິກຢູ່ ຮ່າໂນ້ຍ.

   ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ, ຫວຽດນາມ ກຳນົດວິໄສທັດຍາວນານພັດທະນາ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງພື້ນຖານເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ ແລະ ເສດຖະກິດສີຂຽວ:

  ຫວຽດນາມ ມີລະບົບການເມືອງສະຖຽນລະພາບ, ສະພາບແວດລ້ອມເສດຖະກິດມະຫາພາກໝັ້ນຄົງໜັກແໜ້ນ, ທີ່ຕັ້ງພູມສາດການເມືອງສະດວກ. ຫວຽດນາມ ມີກຳລັງແຮງງານຫຼາຍດ້ວຍຄ່າໃຊ້ຈາຍແກ່ງແຍ້ງ, ພິເສດແມ່ນໃນບັນດາຂົງເຂດເຕັກນິກ ແລະ ເຕັກໂນໂລຊີ. ຫວຽດນາມ ນັບມື້ນັບມີມີກຳລັງດຶງດູດສຳລັບບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງໂລກ ຄື: Samsung, NVIDIA, Foxconn... ສິ່ງສຳຄັນກ່ວາ, ນັ້ນແມ່ນ ຫວຽດນາມ ພວມຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ແກ້ໄຂຈຸດອັດຕັນດ້ານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ກໍ່ມີບັນດາມາດຕະການທີ່ມີລັກສະນະຍຸດທະສາດ.

 

         

This site is protected by reCAPTCHA and the Google Privacy Policy and Terms of Service apply.