ຂ່າວເດັ່ນ

ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

(VOVWORLD) -ສະພາສິດທິມະນຸດ ສປຊ ຫາກໍ່ສິ້ນສຸດກອງປະຊຸມປະຈຳປີຄັ້ງທີ 49 ຢູ່ນະຄອນ ເຊີແນວ, ປະເທດສະວິດ. ກອງປະຊຸມໄດ້ດຳເນີນມາເປັນເວລາ 5 ອາທິດ (ໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 1 ເມສາ) ຕາມຮູບແບບໂດຍກົງ ສົມທົບທາງໄກ ກັບ 58 ວາລະປະຊຸມ.

ກອງປະຊຸມສະພາສິດທິມະນຸດ ສປຊ (ພາບ: telesurenglish)

ວັນທີ 2 ມີນາ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງເປີດສາກກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງໂລກ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ຜ່ານການສະໝັກເລືອກຕັ້ງເປັນສະມາຊິກຂອງ ສະພາສິດທິມະນຸດ ອາຍຸການ 2023 – 2025. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອຊຸກຍູ້ບັນດາຫຼັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານໃນທຸກແງ່ມູນ.

ທີ່ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກ່າວຄຳເຫັນ, ໃຫ້ຄຳປຶກສາຢູ່ວາລະປຶກສາຫາລື ແລະ ໂອ້ລົມສົນທະນາ, ໃນນັ້ນ ກໍໄດ້ຍົກສູງນະໂຍບາຍ, ການເຂົ້າຮ່ວມການຮ່ວມມືສາກົນ ແລະ ຜົນງານຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ມຸ່ງໄປເຖິງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.