ຂ່າວເດັ່ນ

ຫວຽດ​ນາມ - ອັງ​ໂກ​ລາ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ

ຫວຽດ​ນາມ - ອັງ​ໂກ​ລາ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຢ່າງມີປະສິດທິຜົນ, ພິເສດໃນບັນດາຂົງເຂດທີ່ມີທ່າແຮງ, ເຊັ່ນ: ການຄ້າ, ການລົງທຶນ, ກະສິກຳ, ການຂຸດຄົ້ນບໍ່ແຮ່ ແລະ ຄວາມໝັ້ນຄົງດ້ານພະລັງງານ, ນຳວົງເງິນການຄ້າສອງຝ່າຍຂຶ້ນລະດັບ 01 ຕື້ USD ໃນໄລຍະຈະມາເຖິງໂດຍໄວ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາການນຳ ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ

ຕອນຄ່ຳວັນທີ 16 ມີນາ, ໃນການສົນທະນາທາງໂທລະສັບກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າການຜັນແປຂອງບັນດາການປະທະກັນຢູ່ ຕາເວັນອອກກາງ ແລະ ສະເໜີໃຫ້ ອັງໂກລາ ໜູນຊ່ວຍນ້ຳມັນດິບ ແລະ ເຊື້ອເພີງໃຫ້ແກ່ ຫວຽດນາມຕື່ມອີກ, ສົມທົບກັນຊຸກຍູ້ການຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈໃນຂົງເຂດນ້ຳມັນອາຍແກັດລະຫວ່າງບໍລິສັດໃຫຍ່ ສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ ຫວຽດນາມ ແລະ ບໍລິສັດສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ ອັງໂກລາ (Sonangol E&P) ກໍຄືການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຂອງກຸ່ມບໍລິສັດ ຊວັນທ້ຽນ ໂດຍໄວ.

ທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ

ກ່ຽວກັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຢ່າງມີປະສິດທິຜົນ, ພິເສດໃນບັນດາຂົງເຂດທີ່ມີທ່າແຮງ, ເຊັ່ນ: ການຄ້າ, ການລົງທຶນ, ກະສິກຳ, ການຂຸດຄົ້ນບໍ່ແຮ່ ແລະ ຄວາມໝັ້ນຄົງດ້ານພະລັງງານ, ນຳວົງເງິນການຄ້າສອງຝ່າຍຂຶ້ນລະດັບ 01 ຕື້ USD ໃນໄລຍະຈະມາເຖິງໂດຍໄວ. ທ່ານນາຍົກລັດຖະມົນຕີ ອັງໂກລາ ຕັ້ງໜ້າສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ ສະຫະພາບເອີຣົບ (AU), ພິເສດໃນບັນດາຂົງເຂດບຸລິມະສິດ: ຮັກສາສັນຕິພາບ, ກະສິກຳ, ສາທາລະນະສຸກ, ການສຶກສາ, ການຫັນເປັນດີຈີຕອນ.

ສ່ວນທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ ຢັ້ງຢືນວ່າ ຍາມໃດກໍຕີລາຄາສູງສາຍພົວພັນມິດຕະພາບອັນດີງາມກັບ ຫວຽດນາມ, ພ້ອມແລ້ວທີ່ຈະຮັບຟັງ, ຊຸກຍູ້ໂອກາດຮ່ວມມືລະຫວ່າງສອງພື້ນຖານເສດຖະກິດ; ພ້ອມທັງປາດຖະໜາວ່າ ສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນຄະນະຜູ້ແທນລະຫວ່າງ ລັດຖະບານ ແລະ ບັນດາວິສາຫະກິດຂອງສອງຝ່າຍ. ແບ່ງປັນກ່ຽວກັບສະພາບການປະທະກັນຢູ່ພາກພື້ນຕາເວັນອອກກາງ ໃນປັດຈຸບັນ, ທ່ານປະທານາທິບໍດີ ອັງໂກລາ ຖືວ່າ ບັນດາປະເທດຖືກຜົນສະທ້ອນນັ້ນ ຕ້ອງມີການແລກປ່ຽນ, ສົມທົບກັນເພື່ອຫຼຸດຜ່ອນຜົນກະທົບອັນຫຍໍ້ທໍ້ ຍ້ອນການປະທະກັນນຳມາໃຫ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.