ຂ່າວເດັ່ນ

ຫວຽດ​ນາມ ນອນ​ໃນ​ກຸ່ມ 10 ປະ​ເທດ​ມີ​ຄະ​ແນນລວມ​ສູງ​ທີ່​ສຸດ​ໃນ​ການ​ເສັງ Olympic ຊີ​ວະ​ສາດ​ສາ​ກົນ 2025

ຫວຽດ​ນາມ ນອນ​ໃນ​ກຸ່ມ 10 ປະ​ເທດ​ມີ​ຄະ​ແນນລວມ​ສູງ​ທີ່​ສຸດ​ໃນ​ການ​ເສັງ Olympic ຊີ​ວະ​ສາດ​ສາ​ກົນ 2025

(VOVWORLD) - ການເສັງ Olympic ຊີວະສາດສາກົນຄັ້ງທີ 36 ໄດ້ຈັດຂຶ້ນຢູ່ ຟີລິບປິນ ແຕ່ວັນທີ 19/7-27/7/2025 ດ້ວຍການເຂົ້າຮ່ວມຂອງ 81 ຄະນະທີ່ມາຈາກ 81 ປະເທດ ແລະ ເຂດແຄ້ວນ (ໃນນັ້ນມີຄະນະສັງເກດການ 3 ຄະນະ), ພ້ອມກັບນັກເຂົ້າຮ່ວມການເສັງ 298 ຄົນ

ວັນທີ 26 ກໍລະກົດ, ກະຊວງການສຶກສາ ແລະ ບຳລຸງສ້າງໃຫ້ຮູ້ວ່າ ທິມຊາດ ຫວຽດນາມ ເຂົ້າຮ່ວມການເສັງ Olympic ຊີວະສາດສາກົນ (IBO) ປີ 2025 ທີຈັດຂຶ້ນຢູ່ ຟີລິບປິນ ມີນັກຮຽນ 4  ຄົນລ້ວນແຕ່ຄ້ວາໄດ້ລາງວັນ ດ້ວຍຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ

ຜົນງານນີ້ໄດ້ນຳທິມຊາດ ຫວຽດນາມ ນອນໃນ ກຸ່ມ 10 ປະເທດມີຄະແນນລວມທົ່ວຄະນະສູງທີ່ສຸດ. ພ້ອມທັງປະກອບສ່ວນສືບຕໍ່ບັນດາໝາກຜົນທີ່ເປັນໜ້າປະທັບໃຈຢູ່ບັນດາການເສັງ Olympic ສາກົນໃນປີເວົ້າສະເພາະ ແລະ ໃນຊຸມປີມໍ່ໆມານີ້ເວົ້າລວມ. ການເສັງ Olympic ຊີວະສາດສາກົນຄັ້ງທີ  36 ໄດ້ຈັດຂຶ້ນຢູ່ ຟີລິບປິນ ແຕ່ວັນທີ  19/7-27/7/2025 ດ້ວຍການເຂົ້າຮ່ວມຂອງ 81 ຄະນະທີ່ມາຈາກ 81 ປະເທດ ແລະ ເຂດແຄ້ວນ (ໃນນັ້ນມີຄະນະສັງເກດການ  3 ຄະນະ), ພ້ອມກັບນັກເຂົ້າຮ່ວມການເສັງ 298 ຄົນ

This site is protected by reCAPTCHA and the Google Privacy Policy and Terms of Service apply.