ຂ່າວເດັ່ນ

ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ອາ​ເມ​ລິ​ກາ ເປັນ​ສຳ​ຄັນ

ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ອາ​ເມ​ລິ​ກາ ເປັນ​ສຳ​ຄັນ

(VOVWORLD) - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ໂດຍໄດ້ຮັບການມອບສິດຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Marc Evans Knapper ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ.

ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Marc Evans Knapper ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ພາຍຫຼັງພິທີປະດັບຫຼຽນໄຊແຮງງານ, ທ່ານລັດຖະມົນຕີ ເລຮວ່າຍຈູງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Marc Evans Knapper ເນື່ອງໃນໂອກາດທ່ານໃກ້ຈະສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ໃນການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈູງ ໄດ້ຢັ້ງຢືນເຖິງບົດບາດອັນຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ອາເມລິກາ, ປະກອບສ່ວນສ້າງທ່າແຮງໃຫ້ແກ່ການພົວພັນສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ມະນຸດສະທຳ ແລະ ຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ ເປັນສຳຄັນ, ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາໂຄງການດຳເນີນງານທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຢ່າງມີປະສິດທິຜົນ.

ສ່ວນທ່ານເອກອັກຄະລັດຖະທູດ Marc Evans Knapper ຢັ້ງຢືນເຖິງຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຢ່າງແຮງຂອງການພົວພັນສອງປະເທດ, ຜ່ານນັ້ນ ກໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງຂົງເຂດການຄ້າ ແລະ ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.