ຂ່າວເດັ່ນ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ​ຢ່າງ​ເຂັ້ມ​ງວດ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ​ຢ່າງ​ເຂັ້ມ​ງວດ

(VOVWORLD) - ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາອົງການ ແລະ ບັນດາວິວັດທະນາການນິຕິກຳສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການເຈລະຈາສ້າງເອກະສານສຳຄັນສະບັບຕ່າງໆ.

ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ໃນລະຫວ່າງວັນທີ 7 – 10 ຕຸລາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ, ຄະນະກຳມະການນິຕິກຳ (ຄະນະກຳມະການເລກທີ 6) ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ຈັດວາລະປຶກສາຫາລືຄົບຄະນະ ພາຍໃຕ້ຫົວຂໍ້ “ອຳນາດກົດໝາຍຢູ່ລະດັບຊາດ ແລະ ສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 80 ປີ”. ວາລະປຶກສາຫາລືໄດ້ດຶງດູດການເຂົ້າຮ່ວມ, ປະກອບຄຳເຫັນຈາກເກືອບທຸກປະເທດສະມາຊິກ ແລະ ປະເທດສັງເກດການ.

        ເຂົ້າຮ່ວມວາລະປຶກສາຫລື, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ເລື່ອງຍົກສູງ, ເຊີດຊູ ແລະ ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ ແມ່ນກົກຂອງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງທົ່ວໂລກ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາອົງການ ແລະ ບັນດາວິວັດທະນາການນິຕິກຳສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການເຈລະຈາສ້າງເອກະສານສຳຄັນສະບັບຕ່າງໆ.

      


This site is protected by reCAPTCHA and the Google Privacy Policy and Terms of Service apply.