ຂ່າວເດັ່ນ

ຫວຽດ​ນາມ ຮຽກ​ຮ້ອງ​ປັບ​ປຸງລັດ​ທິຫຼາຍ​ຝ່າຍ ແລະ ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ

ຫວຽດ​ນາມ ຮຽກ​ຮ້ອງ​ປັບ​ປຸງລັດ​ທິຫຼາຍ​ຝ່າຍ ແລະ ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ

(VOVWORLD) - ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານໂດຮຸງຫວຽດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊຖືວ່າ ກົກສາຍປາຍເຫດຂອງຫຼາຍສິ່ງທ້າທາຍໃນປັດຈຸບັນເລີ່ມຈາກສະພາບການຂາດຄວາມເຄົາລົບກົດໝາຍສາກົນ

ທ່ານໂດຮຸງຫວຽດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: VOV)

ໃນວັນທີ 22 ກໍລະກົດ ແລະ ວັນທີ 24 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືເປີດຂັ້ນສູງກ່ຽວກັບຫົວຂໍ້ “ຊຸກຍູ້ສັນຕີພາບ ແລະ ຄວາມໝັ້ນຄົງ ສາກົນຜ່ານລັດທິຫຼາຍຝ່າຍ ແລະ ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ” ພາຍໃຕ້ການເປັນປະທານຂອງປາກິດສະຖານ ເຊິ່ງເປັນປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນກໍລະກົດ 2025. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານໂດຮຸງຫວຽດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊຖືວ່າ ກົກສາຍປາຍເຫດຂອງຫຼາຍສິ່ງທ້າທາຍໃນປັດຈຸບັນເລີ່ມຈາກສະພາບການຂາດຄວາມເຄົາລົບກົດໝາຍສາກົນ, ພິເສດແມ່ນຫຼັກການຫຼັກແຫຼ່ງໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ຫວຽດນາມ ຢັ້ງຢືນຄືນໃໝ່ຫຼັກໝັ້ນຢຶດໝັ້ນການສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການກະທຳລວມໝູ່ໂດຍ ສປຊນຳໜ້າ, ພ້ອມທັງຮຽກຮ້ອງໃຫ້ທຸກປະເທດ, ບໍ່ຈຳແນກໃຫຍ່ນ້ອຍ, ປະຕິບັດຕາມກົດໝາຍສາກົນ ແລະ ກົດບັດສປຊ ຢ່າງຄົບຖວ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.