ຂ່າວເດັ່ນ

ຫວຽດ​ນາມ ຮຽກ​ຮ້ອງ​ສາ​ກົນ​ຕ້ອງ​ມີ​ການ​ກະ​ທຳ​ໂດຍ​ດ່ວນ​ເພື່ອ​ແກ້​ໄຂວິ​ກິດ​ການ​ຢູ່​ເຂດ​ກາ​ຊາ ແລະ ພາກ​ຕ​າ​ເວັນ​ອອກ​ກາງ

ຫວຽດ​ນາມ ຮຽກ​ຮ້ອງ​ສາ​ກົນ​ຕ້ອງ​ມີ​ການ​ກະ​ທຳ​ໂດຍ​ດ່ວນ​ເພື່ອ​ແກ້​ໄຂວິ​ກິດ​ການ​ຢູ່​ເຂດ​ກາ​ຊາ ແລະ ພາກ​ຕ​າ​ເວັນ​ອອກ​ກາງ

(VOVWORLD) - ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນຫຼັກໝັ້ນຫຼັກການ ແລະ ຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ປາແລັດສະຕິນ, ຮຽກຮ້ອງຄຳສັ່ງຢຸດຍິງໃນທັນທີ ແລະ ຍືນຍົງໃນທົ່ວເຂດກາຊາ.

ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: VOV)

ໃນວັນທີ 12 ແລະ 17 ມິຖຸນາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ, ອາເມລິກາ, ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ໄດ້ເປັນປະທານກອງປະຊຸມ ດ່ວນພິເສດ (ESS)  ເພື່ອປຶກສາຫາລືກ່ຽວກັບສະພາບການປະທະກັນ ແລະ ວິກິດການມະນຸດສະທຳຢູ່ ເຂດກາຊາ. ກອງປະຊຸມໄດ້ຈັດຂຶ້ນພາຍຫຼັງທີ່ມີ1 ປະເທດກຳມະການຖາວອນປະຕິເສດຮ່າງມະຕິວ່າດ້ວຍການຮຽກຮ້ອງຢຸດຍິງ ແລະ ການເຂົ້າເຖິງມະນຸດສະທຳສຳລັບເຂດກາຊາ ຢູ່ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 4 ມິຖຸນາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນຫຼັກໝັ້ນຫຼັກການ ແລະ ຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ປາແລັດສະຕິນ, ຮຽກຮ້ອງຄຳສັ່ງຢຸດຍິງໃນທັນທີ ແລະ ຍືນຍົງໃນທົ່ວເຂດກາຊາ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກລັກສະນະຮີບດ່ວນ ຂອງການຮັບປະກັນການເຄື່ອນໄຫວໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນເຂດກາຊາ ບໍ່ໃຫ້ຖືກກີດຂວາງ ແລະ ຂາດວັກຂາດຕອນ; ຍົກສູງບົດບາດທີ່ບໍ່ສາມາດປ່ຽນແທນໄດ້ຂອງອົງການ ສປຊກ່ຽວກັບການກູ້ຊ່ວຍ ແລະ ວຽກເຮັດງານທຳສຳລັບຜູ້ອົບພະຍົບລີ້ໄພ ປາແລັດສະຕິນ ຢູ່ UNRWA ໃນການສະໜອງການໜູນຊ່ວຍ ແລະ ການບໍລິການທີ່ຈຳເປັນໃຫ້ແກ່ປະຊາຊົນ ປາແລັດສະຕິນ.

ເນື່ອງໃນໂອກາດນີ້, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນການສະໜັບສະໜູນວິທີການສອງລັດ, ລວມມີການສ້າງລັດ ປາແລັດສະຕິນເອກະລາດ, ມີອະທິປະໄຕ, ບົນພື້ນຖານຂອງເສັ້ນຊາຍແດນກ່ອນປີ 1967, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິກ່ຽວກັບ ສປຊ.

This site is protected by reCAPTCHA and the Google Privacy Policy and Terms of Service apply.