ຂ່າວເດັ່ນ

ຫວຽດ​ນາມ​ ປະ​ຕິ​ບັດ​ໃຫ​້​ສຳ​ເລັດ​​ອາ​ຍຸ​ການ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ປະ​ເທດ ອາຊຽນ ຢູ່ ແອັດ​ສະ​ປາຍເປັນ​ຢ່າງ​ດີ

ຫວຽດ​ນາມ​ ປະ​ຕິ​ບັດ​ໃຫ​້​ສຳ​ເລັດ​​ອາ​ຍຸ​ການ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ປະ​ເທດ ອາຊຽນ ຢູ່ ແອັດ​ສະ​ປາຍເປັນ​ຢ່າງ​ດີ

(VOVWORLD) - ທ່ານ ໂງຕ໊ຽນຢູ້ງ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ຈະຕັ້ງໜ້າສືບຕໍ່ສົມທົບກັບສະຖະທູດ ອິນໂດເນເຊຍ ເພື່ອຊ່ວຍໃຫ້ບັນດາການເຄື່ອນໄຫວຕ່າງໃນຂອບເຂດ ACM ໄດ້ດຳເນີນໄປຢ່າງສະດວກ ແລະ ມີປະສິດທິຜົນທີ່ສຸດ.

ທ່ານ ໂງຕ໊ຽນຢູ້ງ ເອກອັກຄະລັດຖະທູດ ຫວຽດນາມ(ຜູ້ຢູ່ກາງ) ກັບບັນດາສະມາຊິກ ACM ປະຈຳ Madrid (ພາບ: TTXVN)

        ວັນທີ 3 ກໍລະກົດ, ຢູ່ Madrid, ທ່ານ ໂງຕ໊ຽນຢູ້ງ ເອກອັກຄະລັດຖະທູດ ຫວຽດນາມໄດ້ເປັນປະທານວາລະປະຊຸມປະຈຳປີຄະນະກຳມະການບັນດາປະເທດ ອາຊຽນ ປະຈຳ Madrid (ACM) - ແອັດສະປາຍ, ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຟິລິບປິນ ແລະ ຫວຽດນາມ, ສະຫຼຸບການເຄື່ອນໄຫວໃນ 6 ເດື່ອນຕົ້ນປີ 2019 ແລະ ມອບຕຳແໜ່ງປະທານ ACM ໃຫ້ແກ່ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ.

        ທີ່ວາລະປະຊຸມ, ທ່ານ ໂງຕ໊ຽນຢູ້ງ ເອກອັກຄະລັດຖະທູດ ຫວຽດນາມໄດ້ສະຫຼຸບການເຄື່ອນໄຫວໃນ ໄລຍະທີ່ສະຖານທູດ ຫວຽດນາມ ເປັນປະທານໝູນວຽນ ACM ( 6 ເດືອນຕົ້ນປີ 2019), ໃນນັ້ນມີການເຄື່ອນໄຫວຫຼາຍຢ່າງໄດ້ຊຸກຍູ້ຄວາມເຂົ້າໃຈ ແລະ ເຊື່ອມຕໍ່ການພົວພັນລະຫວ່າງບັນດາປະເທດ ອາຊຽນປະຈຳ Madrid ກັບບັນດາອົງການອຳນາດການປົກຄອງຂອງ ແອັດສະປາຍ ແລະ ບັນດາເຂດທ້ອງຖິ່ນ…

        ທ່ານ ໂງຕ໊ຽນຢູ້ງ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ຈະຕັ້ງໜ້າສືບຕໍ່ສົມທົບກັບສະຖະທູດ ອິນໂດເນເຊຍ ເພື່ອຊ່ວຍໃຫ້ບັນດາການເຄື່ອນໄຫວຕ່າງໃນຂອບເຂດ ACM ໄດ້ດຳເນີນໄປຢ່າງສະດວກ ແລະ ມີປະສິດທິຜົນທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.