ຂ່າວເດັ່ນ

ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9

ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9

(VOVWORLD) -ໃນວັນທີ 16-17 ພະຈິກ 2021, ເວທີປາໄສທະເລ ASEAN (AMF) ຄັ້ງທີ 11 ແລະ ເວທີປາໄສທະເລ ASEAN ເປີດກວ້າງ ຄັ້ງທີ່ 9 ໄດ້ຈັດຕັ້ງອອນລາຍ ພາຍໃຕ້ການເປັນປະທານຂອງປະເທດ ບຣູໄນ ປະທານ ອາຊຽນ ປີ 2021.

(ພາບປະກອບ: TTXVN)

  ກ່າວຄຳເຫັນຢູ່ເວທີປາໄສ AMF ແລະ EAMF, ທ່ານ ວູ່ໂຮ່, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຕີລາຄາສູງຕໍ່ກັບເວທີປາໄສໃນການຊຸກຍູ້ການຮ່ວມມືທາງທະເລໃນ ASEAN ແລະ ລະຫວ່າງອາຊ່ຽນກັບບັນດາຄູ່ຮ່ວມມື, ເນັ້ນຫນັກເຖິງຄວາມສໍາຄັນຂອງການຮັກສາບົດບາດໃຈກາງຂອງ ASEAN ຢູ່ພາກພື້ນກໍ່ຄືຂົງເຂດການຮ່ວມມືທາງທະເລ, ສົ່ງເສີມຄູ່ຮ່ວມມືສືບຕໍ່ສະໜັບສະໜູນ  ASEAN ບົນຈິດໃຈໂປ່ງໃສ, ໜ້າໄວ້ເນື້ອເຊື່ອໃຈ ແລະ ປຶກສາຫາລື, ເພີ່ມທະວີການຮ່ວມມືກັບ ASEAN ໂດຍຜ່ານບັນດາກົນໄກໂດຍ ASEAN ນຳພາ.

        ຢູ່ທີ່ເວທີປາໄສ ທ່ານ ວູ່ໂຮ່ ໄດ້ເນັ້ນຫນັກເປັນພິເສດເຖິງຄວາມຈຳເປັນຂອງການປ້ອງກັນ ແລະ ປັກປັກຮັກສາສິ່ງແວດລ້ອມທະເລ, ສະເໜີໃຫ້ຖືນີ້ແມ່ນຫົວຂໍ້ແລກປ່ຽນກ່ຽວກັບທະເລເປັນປະຈຳຢູ່ໃນພາກພື້ນ ໃນເວລາທີ່ຈະມາເຖິງນີ້.

        ຕໍ່ໜ້າການຜັນແປທີ່ສັບສົນຢູ່ທະເລຕາເວັນອອກ, ຫວຽດນາມ ຢືນຢັນຄືນໃໜ່ກ່ຽວກັບຄວາມສະເໝີຕົ້ນສະເໝີປາຍ, ຫຼັກການ, ເນັ້ນຫນັກເຖິງຜົນປະໂຫຍດ ແລະ ຮັບຜິດຊອບຂອງບັນດາປະເທດໃນການສູ້ຊົນກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນຂົງເຂດທະເລທີ່ມີສັນຕິພາບ, ຮ່ວມມື ແລະ ມີສະຖານລະພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.