ຂ່າວເດັ່ນ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ປັບ​ປຸງ​ບົດ​ບາດ​ເປັນ​ໃຈ​ກາງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ເປັນ​ເຈົ້າ​ດ້ານ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ປັບ​ປຸງ​ບົດ​ບາດ​ເປັນ​ໃຈ​ກາງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ເປັນ​ເຈົ້າ​ດ້ານ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ Kuala Lumpur, ມາເລເຊຍ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ (ພາບ: VOV)

ໃນລະຫວ່າງວັນທີ 25 – 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ Kuala Lumpur, ມາເລເຊຍ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ປະເທດປະທານອາຊຽນ 2025. ໂດຍຕອບສຳພາດຕໍ່ນັກຂ່າວກ່ຽວກັບເປົ້າໝາຍ, ຄວາມໝາຍຂອງການເດີນທາງໄປປະຕິບັດງານ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ:

ຫວຽດນາມ ຈະເສີມຂະຫຍາຍບົດບາດນຳໜ້າ, ພ້ອມກັບບັນດາປະເທດ, ກ່ອນອື່ນໝົດແມ່ນປັບປຸງບົດບາດໃຈກາງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມເປັນເຈົ້າດ້ານຍຸດທະສາດ ຂອງ ອາຊຽນ, ພ້ອມທັງຍົກສູງປະສິດທິຜົນຂອງບັນດາກົນໄກ, ເຄື່ອງມື, ການຮ່ວມມືດ້ານການເມືອງ, ຄວາມໝັ້ນຄົງຂອງ ອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍແບບເກົ່າ ກໍ່ຄືແບບໃໝ່. ທີສອງ, ຫວຽດນາມ ຈະສະເໜີບັນດາທິດກ້າວເດີນລະອຽດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນຈົນຮອດປີ 2045ຢ່າງມີປະສິດທິຜົນ, ປະຕິບັດວິໄສທັດກ່ຽວກັບອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄຫວພິບ, ມີຫົວຄິດປະດິດສ້າງ ແລະ ຖືປະຊາຊົນເປັນໃຈກາງ. ທີສາມ, ຫວຽດນາມ ກໍ່ຈະສະແດງບົດບາດນຳພາໃນການຕິດພັນ ອາຊຽນກັບບັນດາຄູ່ຮ່ວມມືເພື່ອປັບປຸງຖານະບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.