ຂ່າວເດັ່ນ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ WTO ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ WTO ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WTO) ເຊິ່ງພວມຢູ່ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ WTO, ຫວຽດນາມ ໄດ້ວາງອອກແຜນນະໂຍບາຍເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ບັນດາຂອບເຂດຮ່ວມມືຂອງ WTO, ພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ບົນຈິດໃຈສ້າງສັນສຳລັບບັນດາບັນຫາທີ່ເປັນຄວາມສົນໃຈລວມຂອງ WTO. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານນາງເອງ ແລະ WTO ຈະສືບຕໍ່ສະໜັບສະໜູນຍູ້ແຮງບັນດາໂຄງການຮ່ວມມື, ໜູນຊ່ວຍດ້ານການເງິນ, ເຕັກນິກຂອງ WTO ເພື່ອແນໃສ່ຊ່ວຍ ຫວຽດນາມ ຍົກສູງປະສິດທິຜົນເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງ WTO.

        ສ່ວນທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ ປາດຖະໜາວ່າ ຢາກຮັບຟັງບົດຮຽນ, ປະສົບການຂອງ ຫວຽດນາມ ເພື່ອແນະນຳ, ແບ່ງປັນກັບໂລກ ແລະ ເປັນແຫຼ່ງບັນດານໃຈໃຫ້ຫຼາຍປະເທດອື່ນໃນໂລກ. ທ່ານນາງກໍຫວັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດພັດທະນາເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ, ການຄ້າສີຂຽວ,  ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຈລະຈາສັນຍາຊ່ວຍເຫຼືອຂະແໜງສິນໃນນ້ຳ, ຕ້ານການຂຸດຄົ້ນສິນໃນນ້ຳທີ່ລະເມີດກົດໝາຍ (IUU), ພັດທະນາແບບກວມລວມ ແລະ ມອບສິດໃຫ້ແກ່ແມ່ຍິງ.

ຫວູຄວຽນ

This site is protected by reCAPTCHA and the Google Privacy Policy and Terms of Service apply.