ຂ່າວເດັ່ນ

ຫວຽດ​ນາມ​ ສະ​ເໜີ ແບ​​ນ​ຊິກ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ-ອີ​ຢູ ໂດຍ​ໄວ

ຫວຽດ​ນາມ​ ສະ​ເໜີ ແບ​​ນ​ຊິກ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ-ອີ​ຢູ ໂດຍ​ໄວ

(VOVWORLD) - ແບກຊິກ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ.

(ພາບ: ກະຊວງການຕ່າງປເທດ)

 ເນື່ອງໃນໂອຫາເຂົ້າຮ່ວມເວທີປາໄສປະຕູທົ່ວໂລກຄັ້ງທີ 2, ວັນທີ 10 ຕຸລາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບທ່ານ Peter De Roover, ປະທານສະພາຕ່ຳສະຫະພັນ ແບນຊິກ.

ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ ໃນປີນີ້ໂດຍໄວ. ທ່ານກໍ່ສະເໜີໃຫ້ ແບຮຊິກ ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດທະເລ, ມີສຽງເວົ້າຊຸກຍູ້ຄະນະກຳມະການເອີລົບ (EC) ລົບລ້າງບັດເຫຼືອງໃນການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ຕາມການກຳນົດ, ບໍ່ລາຍງານ (IUU) ສຳລັບສິນໃນນ້ຳຂອງ ຫວຽດນາມ.

   ສ່ວນທ່ານ Peter De Roover, ປະທານສະພາຕ່ຳສະຫະພັນ ແບນຊິກ ຢືນຢັນວ່າ ແບກຊິກ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ໃນບັນດາຂົງເຂດ: ການຄ້າ, ການລົງທຶນ, ກະສິກຳ, ເຕັກໂນໂລຊີສູງ, ທ່າກຳປັ່ນທະເລ, logistics, ການປ່ຽນແປງຂອງດິນຟ້າອາກາດ…

This site is protected by reCAPTCHA and the Google Privacy Policy and Terms of Service apply.