ຂ່າວເດັ່ນ

ຫວຽດ​ນາມ ສະ​ເໜີ UNESCO ມີ​ການ​ປະ​ພຶດ​ເປັນ​ພິ​ເສດ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

ຫວຽດ​ນາມ ສະ​ເໜີ UNESCO ມີ​ການ​ປະ​ພຶດ​ເປັນ​ພິ​ເສດ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

(VOVWORLD) - ວັນທີ 17 ກຸມພາ, ກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ UNESCO ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍສີສັນຂອງບັນດາຮູບແບບວັດທະນະທຳ ( ເອີ້ນຫຍໍ້ວ່າ ສົນທິສັນຍາ ປີ 2005) ຖືກໄຂຂຶ້ນຢູ່ສຳນັກງານອົງການ UNESCO ທີ່ປາຣີ, ປະເທດ ຝລັ່ງ.

 ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO
ໃນກອງປະຊຸມ (ພາບ: TTXVN)

ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນໜຶ່ງໃນຈຳນວນ 24 ປະເທດສະມາຊິກຂອງຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາສະບັບດັ່ງກ່າວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO, ສະເໜີວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືສາກົນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ກ່ຽວຂ້ອງເຖິງມາດຕາທີ 16 ຂອງ ສົນທິສັນຍາວ່າດ້ວຍ “ການປະພຶດແບບພິເສດສຳລັບບັນດາປະເທດພວມພັດທະນາ” ທີ່ໄດ້ຮັບການຮັບຮອງເອົາແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອແນໃສ່ຜັນຂະຫຍາຍສົນທິສັນຍາສະບັບປີ 2005 ໃຫ້ມີປະສິດທິຜົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.