ຂ່າວເດັ່ນ

ຫວຽດ​ນາມ ສະ​ແດງ​ບົດ​ບາດ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແຮງ

[VOVWORLD] - ວັນ​ທີ 08 ເມ​ສາ, ຢູ່​ສຳ​ນັກ​ງາ​ນ​ບັນ​ດາ​ອົງ​ການ ສ​ປ​ຊ ປະ​ຈຳ ວຽນນາ (ໂອ​ຕາ​ລິດ) ໄດ້​ດຳ​ເນີນກອງ​ປະ​ຊຸມ​ລະ​ຫວ່າງ​ຫົວ​ໜ້າ​ຄະ​ນະ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ກຸ່ມ ອາ​ເມ​ລິ​ກາ ລາ​ຕິນ ແລະ Caribe (GRULAC) ​ເພື່ອແນ​ໃສ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສອງ​ຂົງ​ເຂດໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຢູ່ ວຽນ​ນາ.

        ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ກ່ຽວ​ກັບ​ຂົງ​ເຂດ​ນິວ​ເຄຼຍ, ທ່ານ ຫວູ​ເລ​ຖາຍ​ຮ​ວ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂອ​ຕາ​ລິດ ໄດ້​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ໃນ​ໂຄງ​ການສ້າງ​ຄຸ້ມ​ຄອງ​ບໍ​ລິ​ຫານ​ນິວ​ເຄຼຍ​ທົ່ວ​ໂລກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​ໃຫ້​ຮູ້​ວ່າ ຫວຽດ​ນາມ ມີ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ດຳ​ລົງ​ບົດ​ບາດ​ປະ​ທານ​ບົ່ງ​ຕົວ​ໃນ​ກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ NPT ຄັ້ງ​ທີ 11 ໃນ​ເດືອນ​ ເມ​ສາ 2026 ແລະ ໄດ້​ເຂົ້າ​ເຖິງ​ໜ້າ​ທີ່​ອັນ​ສຳ​ຄັນ​ນີ້​ດ້ວຍ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ພາ​ວະ​ວິ​ໄສ ແລະ ຊຸກ​ຍູ້​ການໂອ້​ລົມ​ສົນ​ທະ​ນາ​ທີ່​ມີ​ຄວາມ​ສ້າງ​ສັນ ຜ່ານ​ການ​ປຶກ​ສາ​ຫາ​ລື​ຢ່າງກວ້າງ​ຂວາງ​ໃນ​ບັນ​ດາ​ກຸ່ມ​ພາກ​ພື້ນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ ມີ​ບັນ​ດາ​ປະ​ເທດ GRULAC. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອາ​ຊຽນ ຈ​ະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັບ GRULAC ໃນ​ການ​ຊຸກ​ຍູ້​ແບບ​ວິ​ທີ​ເຂົ້າ​ເຖິງ​ຢ່າງ​ດຸ່ນ​ດ່ຽງ, ຮັບ​ປະ​ກັນ​ລັກ​ສະ​ນະຄົບ​ຖ້ວນ​ຂອງ​ສົນ​ທິ​ສັນ​ຍາ, ພ້ອມ​ດຽວ​ກັນ​ນັ້ນ ​ກໍ​ຖື​ເປັນ​ສຳ​ຄັນ​ເຖິງ​ແງ່​ມູມ​ພັດ​ທະ​ນາຢ່າງ​ຄົບ​ຖ້ວນ, ພິ​ເສດ​ແມ່ນ​ເສົາ​ຄ້ຳ III ກ່ຽວ​ກັບ​ການ​​ນຳ​ໃຊ້ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ, ລວມ​ທັງ​ການ​ເພີ່ມ​ທະ​ວີ​ການ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເຕັກ​ນິກ ​ໂດຍຜ່ານ IAEA.

This site is protected by reCAPTCHA and the Google Privacy Policy and Terms of Service apply.