ຂ່າວເດັ່ນ

ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ອາ​ເມ​ລິ​ກາ ຈັດ​ວາງ​​ອັດ​ຕາພາ​ສີອາ​ກອນ​ເພີ່ມ​ເຕີມ​ສຳ​ລັບ​ສິນ​ຄ້າ​ຂອງ​ບັ​ນ​ດາປະ​ເທດ​ສະ​ໜອງ​ນ້ຳ​ມັນ​ໃຫ້​ແກ່ ກຸຍ​ບາ

ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ອາ​ເມ​ລິ​ກາ ຈັດ​ວາງ​​ອັດ​ຕາພາ​ສີອາ​ກອນ​ເພີ່ມ​ເຕີມ​ສຳ​ລັບ​ສິນ​ຄ້າ​ຂອງ​ບັ​ນ​ດາປະ​ເທດ​ສະ​ໜອງ​ນ້ຳ​ມັນ​ໃຫ້​ແກ່ ກຸຍ​ບາ

(VOVWORLD) - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)

ວັນທີ 2 ກຸມພາ 2026, ຕອບສຳພາດຕໍ່ຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 29 ມັງກອນ 2026, ອາເມລິກາ ປະກາດຈັດວາງອັດຕາພາສີອາກອນເພີ່ມເຕີມສຳລັບສິນຄ້າຂອງບັນດາປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ມາດຕະການໃໝ່ຂອງອາເມລິກາ ແມ່ນ ຈະຈັດວາງອັດຕາພາສີເພີ່ມເຕີມຕໍ່ສິນຄ້າຂອງປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ກໍ່ຜົນກະທົບຢ່າງຮ້າຍແຮງ ຕໍ່ການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກຸຍບາ. ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ ແລະ ມີບາດກ້າວຕາມທິດເຈລະຈາ, ປັບປຸງການພົວພັນ ກັບ ກຸຍບາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.