ຂ່າວເດັ່ນ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດສິດ​ທິ​ມະ​ນຸດ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດສິດ​ທິ​ມະ​ນຸດ

(VOVWORLD) - ວັນທີ 17 ຕຸລາ, ຢູ່ນິວຢອກ, ອາເມລິກາ, ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ຊຸດທີ 78 ສະມັດຊາໃຫຍ່ ສປຊ, ໄດ້ໂປມປະຊຸມເພື່ອປຶກສາຫາລືກ່ຽວກັບເນື້ອໃນຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

ທ່ານເອກອັກຄະລັກຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ໃນວາລະປຶກສາຫາລື, ບັນດາປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງຖະແຫຼງການສາກົນ ກ່ຽວກັບສິດທິມະນຸດ (1948), ຖະແຫຼງການ ແລະ ໂຄງການດຳເນີນງານ ວຽນ (1993), ພ້ອມທັງຢັ້ງຢືນບັນດາຫຼັກການກ່ຽວກັບຄຸນຄ່າທົ່ວໄປ, ລັກສະນະສຳພັນ, ອາໄສຕໍ່ກັນທີ່ບໍ່ອາດຕັດແຍກອອກຈາກກັນໄດ້ຂອງບັນດາສິດທິມະນຸດ.

        ເຂົ້າຮ່ວມວາລະປຶກສາຫາລື, ທ່ານເອກອັກຄະລັກຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການແລກປ່ຽນ, ຮ່ວມມືສາກົນໃນຂົງເຂດສິດທິມະນຸດບົນພື້ນຖານການເຈລະຈາຢ່າງຍຸຕິທຳ, ສ້າງສັນ, ເຄົາລົບ ແລະ ເຂົ້າໃຈເຊິ່ງກັນແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເພື່ອເປົ້າໝາຍລວມແມ່ນ ຊຸກຍູ້ ແລະ ປົກປ້ອງບັນດາສິດທິມະນຸດໃຫ້ນັບມື້ນັບດີກວ່າເກົ່າ. ເລື່ອງ ຫັນບັນຫາສິດທິມະນຸດເປັນການເມືອງ ແລະ ແຊກແຊງເຂົ້າວຽກງານພາຍໃນ ຈະບໍ່ນຳມາເຊິ່ງມາດຕະການແກ້ໄຂທີ່ມີປະສິດທິຜົນ.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.