ຂ່າວເດັ່ນ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ທຸກ​ຂໍ້​ລິ​ເລີ່ມ​ແກ້​ໄຂ​ການ​ປ​ະ​ທະ​ກັນ ແລະ ສ້າງ​ສັນ​ຕິ​ພາບ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ທຸກ​ຂໍ້​ລິ​ເລີ່ມ​ແກ້​ໄຂ​ການ​ປ​ະ​ທະ​ກັນ ແລະ ສ້າງ​ສັນ​ຕິ​ພາບ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ

(VOVWORLD) - ວັນທີ 26 ມັງກອນ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງພາຍໃຕ້ຫົວຂໍ້ “ຢັ້ງຢືນຄືນອຳນາດກົດໝາຍສາກົນ: ເສັ້ນທາງປັບປຸງສັນຕິພາບ, ຄວາມຍຸຕິທຳ ແລະ ລັດທິຫຼາຍຝ່າຍ” ພາຍໃຕ້ການເປັນປະທານຂອງ ໂຊມາລີ, ປະເທດປະທານສະພາຄວາມໝັ້ນຄົງ ເດືອນ ມັງກອນ 2026.

ທ່ານອັດຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ເມື່ອກ່າວຄຳເຫັນໃນວາລະປະຊຸມ, ທ່ານອັດຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ເລື່ອງເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດ ສປຊ, ແມ່ນເງື່ອນໄຂຕັດສິນເພື່ອຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ທຸກປະເທດຕ້ອງປະຕິບັດບັນດາພັນທະຕາມກົດບັດທີ່ຕົນເປັນສະມາຊິກ, ແກ້ໄຂບັນດາຂໍ້ຄັດແຍ້ງໂດຍສັນຕິວິທີ, ບໍ່ນຳໃຊ້ ແລະ ນາບຂູ່ກຳລັງອາວຸດ; ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ. ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນກໍຢັ້ງຢືນຄືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ, ອຳນາດກົດໝາຍສາກົນ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການແກ້ໄຂບັນດາບັນຫາທົ່ວໂລກ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມ, ຂໍ້ລິເລີ່ມ ແກ້ໄຂການປະທະກັນ, ສ້າງສັນຕິພາບ ບົນພື້ນຖານຮັບປະກັນອຳນາດກົດໝາຍ ແລະ ສອດຄ່ອງກົດບັດ ສປຊ.


This site is protected by reCAPTCHA and the Google Privacy Policy and Terms of Service apply.