ຂ່າວເດັ່ນ

ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ Ericsson ຄົ້ນ​ຄວ້າ, ມຸ່ງ​ໄປ​ເຖິງ​ການພັດ​ທະ​ນາລະ​ບົບ​ອິນ​ເຕີ​ເນັດ 6G, 7G ຢູ່ ຫວຽດ​ນາມ

ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ Ericsson ຄົ້ນ​ຄວ້າ, ມຸ່ງ​ໄປ​ເຖິງ​ການພັດ​ທະ​ນາລະ​ບົບ​ອິນ​ເຕີ​ເນັດ 6G, 7G ຢູ່ ຫວຽດ​ນາມ

(VOVWORLD) - ໃນຂອບເຂດການເຮັດວຽກຢູ່ ຊູແອັດ, ຕອນເຊົ້າວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Borje Ekholm, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Ericsson.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານ Borje Ekholm, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Ericsson (ພາບ: VOV)

   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງການສະໜັບສະໜູນ ແລະ ການຮ່ວມມືຢ່າງມີປະສິດທິຜົນຂອງ Ericsson ໃນການພັດທະນາພື້ນຖານໂຄງລ່າງເຕັກນິກດີຈີຕອນຢູ່ ຫວຽດນາມ; ທ່ານປາດຖະໜາວ່າ Ericsson ຈະລົງທຶນ, ຮ່ວມມືຢ່າງແຮງກວ່າ, ເລິກເຊິ່ງກວ່າ, ຮອບດ້ານກວ່າ, ມີປະສິດທິຜົນກວ່າຢູ່ ຫວຽດນາມ; ໃນນັ້ນ, ສຸມໃສ່ການຮ່ວມມືເພື່ອທົດລອງບັນດາເນື້ອໃນໃໝ່ໃນນະວັດຕະກຳ, ຄົ້ນຄວ້າມຸ່ງໄປເຖິງການພັດທະນາອິນເຕີເນັດ 6G, 7G; ໃຫ້ບຸລິມະສິດໜູນຊ່ວຍບັນດາກຸ່ມບໍລິສັດໂທລະຄົມມະນາຄົມ - ເຕັກໂນໂລຢີຂອງ ຫວຽດນາມ ໄປທຽບທັນ, ພ້ອມກັນພັດທະນາ ແລະ ບືນຕົວຂຶ້ນໃນໄລຍະຈະມາເຖິງ.

        ສ່ວນທ່ານ Borje Ekholm ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Ericsson ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ທາງກຸ່ມບໍລິສັດຈະຮ່ວມມືກັບລູກຄ້າຈຳນວນໜຶ່ງຂອງ ຫວຽດນາມ, ສ້າງໂອກາດຊ່ວຍໃຫ້ລູກຄ້າເປັນເຈົ້າຂອງເຕັກໂນໂລຢີໃໝ່, ເພີ່ມກຳລັງຄວາມສາມາດ, ຍົກສູງລະດັບຄວາມຮູ້ ແລະ ຊອກຫາໂອກາດຮ່ວມມືກັບ ຫວຽດນາມ.

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.