ຂ່າວເດັ່ນ

ຫວຽດ​ນາມ ສ້າງ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ ໂຮ່​ຈີ​ມິນ ຢ​ູ່​ຕ່າງ​ປະ​ເທດ

ຫວຽດ​ນາມ ສ້າງ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ ໂຮ່​ຈີ​ມິນ ຢ​ູ່​ຕ່າງ​ປະ​ເທດ

(VOVWORLD) - ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ ໄດ້ຢັ້ງຢືນວ່າການເຊີດຊູປະທານໂຮ່ຈີມິນ ຜ່ານບັນດາສະຖານທີ່ວັດທະນະທຳ ແມ່ນຍຸດທະສາດຍາວນານ, ສົມທົບລະຫວ່າງສີສັນຊາດ ແລະ ການຕ່າງປະເທດທັນສະໄໝ.

ກອງປະຊຸມສຳມະນາສາກົນ “ສ້າງສະຖານທີ່ ໂຮ່ຈີມິນ ຢູ່ອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ"

ກອງປະຊຸມສຳມະນາສາກົນ “ສ້າງສະຖານທີ່ ໂຮ່ຈີມິນ ຢູ່ອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ" ໄດ້ດຳເນີນໃນຕອນບ່າຍວັນທີ 9 ມິຖຸນາ, ຢູ່ຮ່າໂນ້ຍ. ມີອົງການຫວຽດນາມ ປະຈຳ ຕ່າງປະເທດຫຼາຍກວ່າ 90 ແຫ່ງການເຂົ້າຮ່ວມແບບທາງໄກ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ ໄດ້ຢັ້ງຢືນວ່າການເຊີດຊູປະທານໂຮ່ຈີມິນ ຜ່ານບັນດາສະຖານທີ່ວັດທະນະທຳ ແມ່ນຍຸດທະສາດຍາວນານ, ສົມທົບລະຫວ່າງສີສັນຊາດ ແລະ ການຕ່າງປະເທດທັນສະໄໝ. ບັນດາຮູບແບບນີ້ບໍພຽງແຕ່ແມ່ນສະຖານທີ່ວາງສະແດງເທົ່ານັ້ນ ຫາກຍັງຕ້ອງໄດ້ຮັບການພັດທະນາກາຍເປັນສະຖານທີ່ເຊື່ອມຕໍ່ລະຫວ່າງຄວາມຊົງໃຈ, ການສຶກສາ ແລະ ການພົວພັນແລກປ່ຽນສາກົນ, ເປັນຕົ້ນແມ່ນໃນສະພາບການຫວຽດນາມ ຍູ້ແຮງການເຊື່ອມໂຍງສາກົນຢ່າງຮອບດ້ານ.

ກອງປະຊຸມໄດ້ແບ່ງເປັນສອງວາລະປຶກສາຫາລື, ວາລະປະຊຸມທີໜຶ່ງກ່ຽວກັບບັນດາຮູບແບບເຊີດຊູປະທານໂຮ່ຈີມິນ ຜ່ານສີລະປະບໍ່ເປັນວັດຖຸ. ທີ່ວາລະປະຊຸມ, ຜູ້ຕາງໜ້າອົງການ UNESCO ປະຈຳ ຮ່າໂນ້ຍກໍ່ແບ່ງປັນຄວາມຄ້າຍຄືກັນລະຫວ່າງແນວຄິດປະທານ ໂຮ່ຈີມິນ ກ່ຽວກັບການຮ່ຳຮຽນຕະຫຼອດຊີວິດ ແລະ ການກຳນົດທິດການສຶກສາແບບຍືນຍົງທົ່ວໂລກ. ວາລະປະຊຸມທີສອງ ແມ່ນສຸມໃສ່ປຶກສາຫາລືກ່ຽວກັບຫົວຂໍ້ ສ້າງສະຖານທີ່ວັດທະນະທຳ ໂຮ່ຈີມິນ: ບົດຮຽນປະສົບການສາກົນ ແລະ ພຶດຕິກຳຕົວຈິງຂອງອົງການຕາງຫວຽດນາມ ປະຈຳ ຕ່າງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.