ຂ່າວເດັ່ນ

ຫວຽດ​ນາມ ​ສ້າງ​ສູນ​ການ​ເງິນ​ຕາມ​ມາດ​ຖານ​ສາ​ກົນ, ໂປ່ງ​ໃສ ແລະ ມີ​ປະ​ສິດ​ທິ​ຜົນ

ຫວຽດ​ນາມ ​ສ້າງ​ສູນ​ການ​ເງິນ​ຕາມ​ມາດ​ຖານ​ສາ​ກົນ, ໂປ່ງ​ໃສ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ວັນທີ 24 ມີນາ, ໃນຂອບເຂດການປະຕິບັດງານຢູ່ເອີຣົບ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເຮັດວຽກກັບການນຳທະນາຄານສູນກາງເອີຣົບ (ECB) ເພື່ອແນໃສ່ແລກປ່ຽນກ່ຽວກັບການກຳນົດທິດສ້າງ ແລະ ພັດທະນາສູນການເງິນສາກົນ ຢູ່ ຫວຽດນາມ.

ການໂອ້ລົມສົນທະນາກ່ຽວກັບການພັດທະນາສູນການເງິນຢູ່ ຫວຽດນາມ (ພາບ: VOV)

 ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກຮຽນຮູ້ບົດຮຽນປະສົບການຂອງ ECB ໃນການຄວບຄຸມເງິນເຟີ້, ຮັກສາສະຖຽນລະພາບເສດຖະກິດ ແລະ ຊຸກຍູ້ການເຕີບໂຕແບບຍືນຍົງ; ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານ EU ໃນໄລຍະຈະມາເຖິງຈະແມ່ນໂອກາດເພື່ອໃຫ້ 2 ຝ່າຍຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຝ່າຍ ຫວຽດນາມ ປາດຖະໜາວ່າ ECB ຈະໜູນຊ່ວຍການປະກອບຄຳເຫັນນການກໍ່ສ້າງນະໂຍບາຍຄຸ້ມຄອງ, ດຶງດູດການລົງທຶນ, ຄວບຄຸມຄວາມສ່ຽງ ແລະ ປ້ອງກັນ, ຕ້ານການຟອກເງິນ.

        ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະເໜີກົນໄກຮ່ວມມືລະອຽດຈຳນວນໜຶ່ງ: ມີທັງການສົ່ງບຸກຄະລາກອນບໍລິຫານສູນການເງິນສາກົນ ໄປຝຶກອົບຮົມຢູ່ ECB ໃນເວລາ 1 ປີ; ສະເໜີ ECB ກຳນົດຈຳນວນ ແລະ ເງື່ອນໄຂເຂົ້າຮ່ວມ, ໄປຄຽງຄູ່ກັບການເຊີນບັນດານັກຊ່ຽວຊານທີ່ມີປະສົບການຂອງ ECB ມາ ຫວຽດນາມ ບຳລຸງສ້າງໃຫ້ແກ່ຖັນແຖວພະນັກງານທະນາຄານ ແລະ  ການບໍລິຫານສູນການເງິນສາກົນ, ພ້ອມທັງເຊີນທ່ານປະທານ ECB ມາ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ MOU ກ່ຽວກັບບັນດາເນື້ອໃນຮ່ວມມື.

ໃນວັນດຽວກັນ, ຢູ່ ເຢຍລະມັນ, ເມື່ອກ່າວຄຳເຫັນໃນການໂອ້ລົມສົນທະນາກ່ຽວກັບການພັດທະນາສູນການເງິນຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ເນັ້ນໜັກວ່າ ຫວຽດນາມ ຕັດສິນໃຈສ້າງສູນການເງິນຕາມມາດຖານສາກົນ; ສະເໜີໃຫ້ບັນດານັກຊ່ຽວຊານ, ວິສາຫະກິດ ເຢຍລະມັນ ມາຍັງ ຫວຽດນາມ ເຂົ້າຮ່ວມການສ້າງສູນການເງິນ ກໍຄືຮັບເອົາບັນດາບຸກຄະລາກອນທີ່ມີຄຸນນະພາບສູງຂອງ ຫວຽດນາມ ມາບຳລຸງສ້າງ, ຮຽນການບໍລິຫານສູນການເງິນ; ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ວິສາຫະກິດ ເຢຍລະມັນ ຮ່ວມເດີນທາງພ້ອມກັບ ຫວຽດນາມ, ກາຍເປັນບັນດານັກລົງທຶນຕ່າງປະເທດທຳອິດທີ່ມີໜ້າຢູ່ສູນການເງິນສາກົນຂອງ ຫວຽດນາມ.  

ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັງ                                                                                                                                                                                                                                                                                                                                                               



This site is protected by reCAPTCHA and the Google Privacy Policy and Terms of Service apply.