ຂ່າວເດັ່ນ

ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສິດ​ທິ​ມະ​ນຸດ​​ຂອງ AICHR ໃນ​ພາກ​ພື້ນ

ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສິດ​ທິ​ມະ​ນຸດ​​ຂອງ AICHR ໃນ​ພາກ​ພື້ນ

(VOVWORLD) - ໃນລະຫວ່າງວັນທີ 23 – 25 ພະຈິກ 2020 ໄດ້ດຳເນີນກອງປະຊຸມພິເສດທາງອອນລາຍ ຄັ້ງທີ 2 ປີ 2020 ຂອງ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ AICHR ບັນດາປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາ ອາຊຽນ.

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ  (ພາບ: baoquocte.vn)

ນີ້ແມ່ນກອງປະຊຸມເປັນທາງການຄັ້ງສຸດທ້າຍໃນອາຍຸການເປັນປະທານ AICHR 2020 ຂອງ ຫວຽດນາມ, ສຸມໃສ່ສຳຫຼວດກວດຄືນສະພາບການຮ່ວມມື ແລະ ບັນດາເນື້ອໃນທີ່ຕ້ອງຜັນຂະຫຍາຍໃນປີ 2020, ກຳນົດທິດການຮ່ວມມືໃນປີ 2021 ແລະ ແລກປ່ຽນເພື່ອກະກຽມໃຫ້ແກ່ການພົບປະລະຫວ່າງ AICHR ກັບບັນດາຄູ່ຮ່ວມມື. ໃນຖານະເປັນປະທານ AICHR 2020, ທ່ານນາງເອກອັກຄະລັດຖະທູດ ຫງວຽນຖ໊າຍອຽນເຮືອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍບັນດາໂຄງການດຳເນີນງານ ແລະ ການເຄື່ອນໄຫວຮ່ວມມືກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນ ອາຊຽນ, ຊົມເຊີຍບັນດາປະເທດໄດ້ຕັ້ງໜ້າສົມທົບກັນ ຮຽບຮຽງ ແລະ ຮັບຮອງເອົາເນື້ອໃນແຜນການປະຕິບັດງານ AICHR ໄລຍະ 2021 – 2025, ໂຄງການບຸລິມະສິດ AICHR 2021 ແລະ ເອກະສານແນະນຳກ່ຽວກັບການພົວພັນຕ່າງປະເທດ ຂອງ AICHR. ຫວຽດນາມ ຢັ້ງຢືນວ່າ ໃນຖານະເປັນປະທານ AICHR ເວົ້າສະເພາະ ແລະ ປະທານ ອາຊຽນ 2020 ເວົ້າລວມ ຈະສືບຕໍ່ສົມທົບກັບບັນດາປະເທດຢ່າງຕັ້ງໜ້າ ເພື່ອເພີ່ມທະວີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຕໍ່ບັນດາຜົນກະທົບທີ່ສັບສົນ ແລະ ຫຼາຍສົ້ນຂອງໂລກລະບາດໂຄວິດ - 19, ຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສິດທິມະນຸດຂອງ AICHR ໃນພາກພື້ນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງທັງປະຊາຄົມ ອາຊຽນ.

        ທີ່ກອງປະຊຸມ, ຫວຽດນາມ ໄດ້ມອບຕຳແໜ່ງ ປະທານ AICHR ໃຫ້ ບຣຸໄນ Darussalam ໃນປີ 2021 ຢ່າງເປັນທາງການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.