ຂ່າວເດັ່ນ

ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ກັບ ອັງ​ກິດ, ໂປ​ໂລຍ

ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ກັບ ອັງ​ກິດ, ໂປ​ໂລຍ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ David Lammy ແລະ ທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Radoslaw Sikorski.

ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ  ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ David Lammy (ພາບ: TTXVN)

ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80 ຢູ່ ນິວຢອກ, ອາເມລິກາ, ວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ David Lammy ແລະ ທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Radoslaw Sikorski.

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ David Lammy ຢັ້ງຢືນຈະສະໜັບສະໜູນ ຫວຽດນາມ ໃນການສ້າງສູນການເງິນລະດັບພາກພື້ນ ແລະ ສາກົນ, ທ່ານປາດຖະໜາວ່າຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຍ້າຍຖິ່ນຖານ, ພະລັງງານທົດແທນ, ວິທະຍາສາດ - ເຕັກໂນໂລຢີ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໂປໂບຍ Radoslaw Sikorski ສະເໜີ ໃຫ້ຫວຽດນາມ ແລະ ໂປໂລຍ ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.