ຂ່າວເດັ່ນ

ຫວຽດ​ນາມ ຊ່ວຍ​ເຫຼືອ​ ລາວ ສ້າງ​ສ​ະ​ຖາ​ນີ​​ຖ່າຍ​ທອດ​ວິ​ທະ​ຍຸກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ແຂວງ ຫົວ​ພັນ

ຫວຽດ​ນາມ ຊ່ວຍ​ເຫຼືອ​ ລາວ ສ້າງ​ສ​ະ​ຖາ​ນີ​​ຖ່າຍ​ທອດ​ວິ​ທະ​ຍຸກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ແຂວງ ຫົວ​ພັນ

(VOVWORLD) - ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ.

ພິທີເລີ່ມລົງມືກໍ່ສ້າງ “ສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫົວພັນ” (ພາບ: VOV)

  ຕອນເຊົ້າວັນທີ 27 ຕຸລາ, ຢູ່ແຂວງ ຫົວພັນ, ລາວ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງ “ສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫົວພັນ”. ນີ້ແມ່ນໂຄງການໂດຍລັດຖະບານ ຫວຽດນາມ ມອບໃຫ້ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ປະຕິບັດ  ດ້ວຍ 3 ກຸ່ມໜ້າວຽກຕົ້ນຕໍ, ລວມມີ: ກຸ່ມໜ້າວຽກຖ່າຍທອດກະຈາຍສຽງ, ໂທລະພາບ; ຜະລິດ, ກະກຽມບັນດາເນື້ອໃນລາຍການກະຈາຍສຽງ ແລະ ບັນດາກິດຈະກຳຊ່ວຍໜູນ.

        ຄາດວ່າ, ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ; ພ້ອມທັງຖ່າຍທອດຄື້ນບັນດາລາຍການຂອງສະຖານີໂທລະພາບ ຫວຽດນາມ ເພື່ອຮັບໃຊ້ປະຊາຄົມຊາວ ຫວຽດນາມ ແລະ ຊາວ ລາວ ຮູ້ພາສາ ຫວຽດນາມ ຢູ່ແຂວງ ຫົວພັນ ອີກດ້ວຍ.

ເຈິ່ນຕວັນ, ນັກຂ່າວ VOV ປະຈຳ ລາວ

This site is protected by reCAPTCHA and the Google Privacy Policy and Terms of Service apply.