ຂ່າວເດັ່ນ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ອາ​ເຊັກ​ໄບ​ຊານ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ອາ​ເຊັກ​ໄບ​ຊານ

(VOVWORLD) - ວັນທີ 8 ພຶດສະພາ, ຢູ່ນະຄອນຫຼວງ ບາກູ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ອາເຊັກໄບຊານ Sahiba Gafarova ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອາເຊັກໄບຊານ.

ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາຢາກການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະ ແທ້ຈິງ, ສົມກັບເປັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ກໍ່ຄືຄວາມສາມາດບົ່ມຊ້ອນຂອງສອງປະເທດ, ເນັ້ນໜັ້ກເຖິງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດແມ່ນພື້ນຖານອັນໝັ້ນແກ່ນເພື່ອເພີ່ມທະວີການພົວພັນສອງຝ່າຍ ຫວຽດນາມ - ອາເຊັກໄບຊານ. ທ່ານເລຂາທິການໃຫຍ່ ປາດຖະໜາຢາກສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍ.

ສ່ວນທ່ານປະທານສະພາແຫ່ງຊາດ Sahiba Gafarova ໄດ້ສະແດງຄວາມຊົມເຊີນຕໍ່ເລື່ອງສອງປະເທດຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເຊັກໄບຊານ, ມີຄວາມໄວ້ເນື້ອເຊື່ອໃຈຂອງທ່ານເລຂາທິການໃຫຍ່ ຈະສ້າງກຳລັງໜູນໃໝ່, ປະກອບສ່ວນເຮັດໃຫ້ການພົວພັບຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເຊັກໄບຊານ ໃຫ້ຫຼາຍກ່ວາອີກ.

ແລະກໍ່ໃນວັນທີ 8 ພຶດສະພາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອາເຊັກໄບຊານ, ທ່ານເລຂາທິການໃຫຍ່ ໂຕເລິມ, ພັນລະຍາ ທ່ານນາງ ໂງເຟືອງລີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດຫ້ອງອະນຸສອນສະຖານ ປະທານໂຮ່ຈີມິນ ກັບຂະແໜງນ້ຳມັນອາຍແກັດ ຫວຽດນາມ - ອາເຊັກໄບຊານຢູ່ ມະຫາວິທະຍາໄລ ນ້ຳມັນອາຍແກັດ ແລະ ເຕັກໂນໂລຢີ ແຫ່ງຊາດ ອາເຊັກໄບຊານ.

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນການພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ຫວຽດນາມ ແລະ ອາເຊັກໄບຊານ ທີ່ໄດ້ສ້າງພື້ນຖານນັບແຕ່ການຢ້ຽມຢາມ ອາເຊັກໄບຊານຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ເມື່ອປີ 1959 ເຊິ່ງການນຳລູ້ນຕ່າງໆ ແລະ ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.