ຂ່າວເດັ່ນ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸ​ກ​ຍູ້​ຄວາ​ມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ເພີ່ມ​ສິດ​ອຳ​ນາດໃຫ້​ແກ່​ແມ່​ຍິງ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸ​ກ​ຍູ້​ຄວາ​ມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ເພີ່ມ​ສິດ​ອຳ​ນາດໃຫ້​ແກ່​ແມ່​ຍິງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ ເນັ້ນໜັກວ່າການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະ ເດັກຍິງແມ່ນປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາແບບຍືນຍົງ.

ການໂອ້ລົມສົນທະນາ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະ ຊາວໜຸ່ມໃນກົດໝາຍ ແລະ ການນຳພາ” (ພາບ: TTXVN)

ວັນທີ 12 ມີນາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢູ່ນິວຢອກ (ອາເມລິກາ) ໄດ້ສົມທົບກັບເວທີປາໄສແມ່ຍິງ ສາກົນ ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະ ຊາວໜຸ່ມໃນກົດໝາຍ ແລະ ການນຳພາ”. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການຢູ່ນອກກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມະການສປຊ ກ່ຽວກັບສະຖານະພາບ ແມ່ຍິງ(CSW)  ຂອງ ສປຊ.

ຢູ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ ເນັ້ນໜັກວ່າການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະ ເດັກຍິງແມ່ນປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາແບບຍືນຍົງ, ທ່ານຮັບຮູ້ວ່າເຖິງວ່າມີຄວາມກ້າວໜ້າຫຼາຍຢ່າງແລ້ວແຕ່ ແມ່ຍິງ ແລະ ຊາວໜຸ່ມຍັງຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງໃນການເຂົ້າເຖິງກັບລະບົບກົດໝາຍ ແລະ ການບໍລິການໜູນຊວ່ຍທາງນິຕິກຳ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ໂດຍຜ່ານການປະຕິບັດສຳເລັດລະບົບກົດໝາຍ ແລະ ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ຊຸກຍູ້ການເຂົ້າຮ່ວມ ແລະ ບົດບາດນຳພາຂອງແມ່ຍິງໃນບັນດາຂົງເຂດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.