ຂ່າວເດັ່ນ

ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ຕ​ັດ​ສິນ​ໃຈ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ

ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ຕ​ັດ​ສິນ​ໃຈ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ

(VOVWORLD) - ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ໄດ້ດຳເນີນແຕ່ວັນທີ 14 – 17 ເມສາ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ກໍຄືຄວາມຕັດສິນໃຈພ້ອມກັບປະຊາຄົມສາກົນຊຸກຍູ້ບັນດາຍຸດທະສາດກ່ຽວກັບການຫັນເປັນສີຂຽວ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຍຸ່ຍແທັງເຊີນ  (ພາບ: TTXVN) 

ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຍຸ່ຍແທັງເຊີນ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ  ກ່ຽວກັບຄວາມໝາຍຂອງກອງປະຊຸມ P4G ເຊິ່ງພວມດຳເນີນຢູ່ ຫວຽດນາມ.   

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:

        “ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນແນວທາງອັນຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ ໃນການພັດທະນາແບບຍືນຍົງ, ບໍ່ເສຍສະຫຼະຄວາມກ້າວໜ້າ, ຍຸຕິທຳສັງຄົມ ແລະ ສິ່ງແວດລ້ອມ ເພື່ອແລກເອົາການເຕີບໂຕເສດຖະກິດເທົ່ານັ້ນ. ການເຕີບໂຕສີຂຽວຕ້ອງປະກອບສ່ວນເຂົ້າໃນການຊຸກຍູ້ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ເພື່ອແນໃສ່ບັນລຸໄດ້ຄວາມວັດທະນາຖາວອນດ້ານເສດຖະກິດ, ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມຍຸຕິທຳໃນສັງຄົມ”.

        ມີຜູ້ແທນສາກົນປະມານ 600 ທ່ານ ທີ່ມາຈາກກວ່າ 40ປະເທດ ແລະ ອົງການຈັດຕັ້ງສາກົນລົງທະບຽນເຂົ້າຮ່ວມ. ກ່ຽວກັບໂຄງການດຳເນີນງານ, ຫວຽດນາມມີການແລກປ່ຽນຢ່າງຕັ້ງໜ້າ, ປຶກສາຫາລືກັບບັນດາປະເທດສະມາຊິກ P4G ແລະ ບັນດາປະເທດຄູ່ຮ່ວມມືເພື່ອກຳນົດຫົວຂໍ້ຂອງກອງປະຊຸມ, ໃນນັ້ນ ເລືອກເອົາຫົວຂໍ້ວ່າ “ຫັນເປັນສີຂຽວ, ຍືນຍົງ ແລະ ຖື ມະນຸດເປັນໃຈກາງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.