ຂ່າວເດັ່ນ

ຫວຽດ​ນາມມອບ​ສົ່ງຕໍ່​ຕຳ​ແໜ່ງ​ປະ​ທານ​ກຸ່ມ ອາ​ຊີ - ປາ​ຊີ​ຟິກ ຢູ່ ວ​ຽນ​ນາ

ຫວຽດ​ນາມມອບ​ສົ່ງຕໍ່​ຕຳ​ແໜ່ງ​ປະ​ທານ​ກຸ່ມ ອາ​ຊີ - ປາ​ຊີ​ຟິກ ຢູ່ ວ​ຽນ​ນາ

(VOVWORLD) - ໃນອາຍຸການ 6 ເດືອນ, ຫວຽດນາມ ໄດ້ເປັນປະທານ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ, ຢັ້ງຢືນບົດບາດທີ່ຕັ້ງໜ້າ ແລະ ເປັນເຈົ້າການຂອງ APG ຢູ່ບັນດາກົນໄກຫຼາຍຝ່າຍ ແລະ ສປຊ.

ຫວຽດນາມມອບສົ່ງຕໍ່ຕຳແໜ່ງປະທານກຸ່ມ ອາຊີ - ປາຊີຟິກ ຢູ່ ວຽນນາໃຫ້ທ່ານເອກອັກຄະລັດຖະທູດ Shambhu Kumaran, ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ (ພາບ: TTXVN)

ຕອນບ່າຍວັນທີ 2 ກໍລະກົດ, ຢູ່ສູນສາກົນ ວຽນນາ (VIC), ທ່ານເອກອັກຄະລັດຖະທູດ ຫວູເລທ້າຍຮວ່າງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳບັນດາອົງການຈັດຕັ້ງສາກົນ ແລະ ສປຊ ຢູ່ ວຽນນາ (ໂອຕາລິດ) ໄດ້ເປັນປະທານພິທີມອບສົ່ງຕໍ່ຕຳແໜ່ງປະທານກຸ່ມ ອາຊີ - ປາຊີຟິກ (Asia-Pacific Group – APG) ຢູ່ ວຽນນາ ໃຫ້ແກ່ທ່ານເອກອັກຄະລັດຖະທູດ Shambhu Kumaran, ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ. ພິທີໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ APG.

ໃນອາຍຸການ 6 ເດືອນ, ຫວຽດນາມ ໄດ້ເປັນປະທານ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ, ຢັ້ງຢືນບົດບາດທີ່ຕັ້ງໜ້າ ແລະ ເປັນເຈົ້າການຂອງ APG ຢູ່ບັນດາກົນໄກຫຼາຍຝ່າຍ ແລະ ສປຊ. ຫວຽດນາມ ກໍ່ຕາງໜ້າກຸ່ມ APG ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳຄັນຕ່າງໆຄື: ຄະນະກຳມະການປ້ອງກັນ, ຕ້ານຢາເສບຕິດ (CND68), ຄະນະກຳມະການສະກັດກັ້ນອາດຊະຍາກຳ ແລະ ຍຸຕິທຳທາງອາຍາ (CCPCJ34) ແລະ ກອງປະຊຸມບັນດາປະເທດສະມາຊິກ ສົນທິສັນຍາ ຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ (UNTOC), ພ້ອມທັງເປັນຜູ້ປະສານງານບັນດາວາລະປຶກສາຫາລືປະຈຳປີ ລະຫວ່າງ APG ແລະ ປະທານສະພາຜູ້ວ່າການ IAEA.

This site is protected by reCAPTCHA and the Google Privacy Policy and Terms of Service apply.