ຂ່າວເດັ່ນ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ສະພາບໍລິຫານງານ UN Women

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ສະພາບໍລິຫານງານ UN Women

(VOVWORLD) - ການປະຕິບັດແຜນການຍຸດທະສາດໄລຍະ 2026 – 2028 ຂອງ UN Women ຕ້ອງມີວິທີເຂົ້າເຖິງໂດຍຖືເອົາການພັດທະນາເປັນພື້ນຖານ, ເຄົາລົບສິດຕັດສິນຂອງຊາດ ແລະ ຕ້ອງສອດຄ່ອງກັບບຸລິມະສິດ, ກຳລັງຄວາມສາມາດ, ພື້ນຖານວັດທະນະທຳ, ປະຫວັດສາດຂອງແຕ່ລະປະເທດ

ວາລະປະຊຸມປະຈຳປີຄັ້ງທີ 2ຂອງສະພາບໍລິຫານງານອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ
(ພາບ: TTXVN)

        ໃນລະຫວ່າງ 09 – 10 ກັນຍາ, ໄດ້ຈັດວາລະປະຊຸມປະຈຳປີຄັ້ງທີ 2ຂອງສະພາບໍລິຫານງານອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women). ສະພາໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການຍຸດທະສາດຂອງ UN Women ໄລຍະ 2026 – 2029.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຜູ້ປະຈຳຄະນະຜູ້ແທນ ຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ, ການປະຕິບັດແຜນການຍຸດທະສາດໄລຍະ 2026 – 2028 ຂອງ UN Women ຕ້ອງມີວິທີເຂົ້າເຖິງໂດຍຖືເອົາການພັດທະນາເປັນພື້ນຖານ, ເຄົາລົບສິດຕັດສິນຂອງຊາດ ແລະ ຕ້ອງສອດຄ່ອງກັບບຸລິມະສິດ, ກຳລັງຄວາມສາມາດ, ພື້ນຖານວັດທະນະທຳ, ປະຫວັດສາດຂອງແຕ່ລະປະເທດ, ກໍ່ຄືສ້າງຄວາມກົມກຽວກັບຄວາມມານະພະຍາຍາມປະຕິຮູບຂອງສະຫະປະຊາຊາດ; ໃຫ້ບຸລິມະສິດຮັດແຄບຊ່ອງຫວ່າງດີຈີຕອນ ແລະ ຊຸກຍູ້ບົດບາດນຳພາຂອງແມ່ຍິງໃນເສດຖະກິດດີຈີຕອນ ແລະ ການຄຸ້ມຄອງປັນຍາປະດິດ, ພ້ອມກັນນັ້ນ ກໍ່ຢືນຢັນຄຳໝັ້ນສັນຍາຮ່ວມມືກັບ UN Women, ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືຢ່າງແໜ້ນແຟ້ນເພື່ອໃຫ້ບໍ່ມີແມ່ຍິງໃດ, ເດັກຍິງໃດຖືກຕົກຢູ່ທາງຫຼັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.