ຂ່າວເດັ່ນ

ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ

ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ

(VOVWORLD) - ວັນທີ 16 ມັງກອນ, ທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມັກຊີໂກ ໄດ້ຮັບດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ (ACMC) ຈາກທ່ານເອກອັກຄະລັດຖະທູດ ຟີລິບປີນ Demetrio R.Tuason.

 ທ່ານ ຫງວຽນຮ່ວາຍເຢືອງ (ຂວາ) ແລະ ທ່ານ Demetrio R.Tuason (ພາບ: Vietnam+)

ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຍູ້ແຮງບັນດາການເຄື່ອນໄຫວຂອງ ACMC, ຜ່ານນັ້ນ ເພີ່ມທະວີການພົວພັນກັບ ເມັກຊີໂກ ໃນທຸກດ້ານ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ; ພ້ອມທັງຜ່ານ ເມັກຊີໂກ ຊຸກຍູ້ການພົວພັນຮ່ວມມືກັບສຳພັນທະມິດ ປາຊີຟິກ (ລວມມີ: ເມັກຊີໂກ, ຈີເລ, ໂກລົມເບຍ ແລະ ເປຣູ).

        ທີ່ພິທີມອບ-ຮັບ, ບັນດາເອກອັກຄະລັດຖະທູດ ແລະ ບັນດາພະນັກງານການທູດຂອງບັນດາປະເທດ ອາຊຽນ ປະຈຳ ເມັກຊີໂກ, ລວມມີ ມາເລເຊຍ, ອິນໂດເນເຊຍ, ຟີລີບປິນ, ໄທ ແລະ ຫວຽດນາມ ໄດ້ຕີລາຄາວິວັດການເຄື່ອນໄຫວຂອງ ACMC ໃນປີ 2018 ແລະ ວາງອອກບັນດາແຜນການລະອຽດໃຫ້ປີ 2019.

This site is protected by reCAPTCHA and the Google Privacy Policy and Terms of Service apply.