ຂ່າວເດັ່ນ

ຫວຽດນາມ ຈະສົ່ງສານຮ່ວມມືເພື່ອສັນຕິພາບ ແລະການພັດທະນາທີ່ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6

ຫວຽດນາມ ຈະສົ່ງສານຮ່ວມມືເພື່ອສັນຕິພາບ ແລະການພັດທະນາທີ່ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6

(VOVWORLD) - ເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍຂອງ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັນເໝີ້ນ
(ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັນເໝີ້ນ ພ້ອມກັບພັນລະຍາ ຈະເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ຢູ່ ສະວິດ; ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ; ຢ້ຽມຢາມ Morocco ແລະ  Senegal ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 22 – 30 ກໍລະກົດ, ຕາມຄຳເຊີນຂອງທ່ານນາງປະທານສະຫະພັນລັດຖະສະພາສາກົນ (IPU) Tulia Ackson; ທ່ານເລຂາທິການໃຫຍ່ IPU, Martin Chungong; ທ່ານປະທານສະພາຕ່ຳແຫ່ງລາຊະອານາຈັກ Morocco, Rachid Talbi Alami ແລະ ທ່ານປະທານສະພາແຫ່ງຊາດ ສ. Senegal, El Malick Ndiaye.

ເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍຂອງ ຫວຽດນາມ, ໂດຍສະເພາະແມ່ນແນວທາງການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.