ຂ່າວເດັ່ນ

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ

(VOVWORLD) - ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ

ທີ່ການເຮັດວຽກ
(ພາບ: TTXVN)

        ແຕ່ວັນທີ 09 – 21 ກຸມພາ, ຄະນະພະນັກງານກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍປື້ມ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໂດຍທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມ ໄດ້ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ ເພື່ອອັບເດັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ມອບປື້ມໃຫ້ແກ່ສະຖາບັນປື້ມ ກຸຍບາ.

        ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ, ຜ່ານນັ້ນ ໂຄສະນາວັດທະນະທຳຂອງແຕ່ລະປະເທດເຖິງຜູ້ອ່ານ ຫວຽດນາມ, ກຸຍບາ ແລະ ສາກົນ. ເນື່ອງໃນໂອກາດນີ້, ຄະນະໄດ້ມອບໃຫ້ສະຫະພັນນັກວັນນະຄະດີ ແລະ ສິລະປະ ກຸຍບາ ບັນດາປື້ມລ້ຳຄ່າ, ຄື: ຊຸດປື້ມເລື່ອງພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ Phidel Castro; ປື້ມ “ສອງຊາດ, ປະຫວັດສາດດຽວ” ດ້ວຍພາສາ ແອັດສະປາຍ ໂດຍບັນດາສຳນັກພິມຈຳໜ່າຍຂອງ ຫວຽດນາມ ພິມຈຳໜ່າຍ.  ນີ້ແມ່ນບັນດາປື້ມຫົວທຳອິດໃນຈຳນວນປື້ມ 12 ຫົວເຊິ່ງ ຫວຽດນາມ ຈະພິມຈຳໜ່າຍມອບໃຫ້ ກຸຍບາ ຕາມການສະເໜີຂອງສະຖານທູດ ກຸຍບາ ປະຈຳ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.