ຂ່າວເດັ່ນ

ຫວຽດນາມ ແມ່ນຄັນທຸງນຳໜ້າຂອງ ອາຊຽນ

ຫວຽດນາມ ແມ່ນຄັນທຸງນຳໜ້າຂອງ ອາຊຽນ

(VOVWORLD) - ແວັບໄຊຂອງສຳນັກຂ່າວສານ Infox.ru (ປະເທດລັດເຊຍ) ໄດ້ລົງບົດຂຽນຂອງທ່ານ Grigory Trofimchuk, ນັກຊ່ຽວຊານໃນຂົງເຂດນະໂຍບາຍການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ດ້ວຍຫົວຂໍ້ວ່າ: “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ

ຫວ່າງແລ້ວນີ້, ແວັບໄຊຂອງສຳນັກຂ່າວສານ Infox.ru (ປະເທດລັດເຊຍ) ໄດ້ລົງບົດຂຽນຂອງທ່ານ Grigory Trofimchuk, ນັກຊ່ຽວຊານໃນຂົງເຂດນະໂຍບາຍການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ດ້ວຍຫົວຂໍ້ວ່າ: “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ”, ໃນນັ້ນໄດ້ເນັ້ນໜັກເປັນພິເສດເຖິງບົດບາດນຳພາຂອງ ຫວຽດນາມ ໃນພາກພື້ນ. ບົດຂຽນໄດ້ຢັ້ງຢືນວ່າ: ອາຊຽນ ແມ່ນຄູ່ຮ່ວມມືສຳຄັນ, ໂດຍສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານເລື່ອງ ຫວ່າງມໍ່ໆມານີ້, ລັດເຊຍໄດ້ຮັບຮອງເອົາ “ແຜນການເຄື່ອນໄຫວຮອບດ້ານປະຕິບັດຄູ່ຮ່ວມມືຍຸດທະສາດລະຫວ່າງສະຫະພັນລັດເຊຍ ແລະ ອາຊຽນ ໄລຍະ 2021 - 2025”. ຫວຽດນາມ ບໍ່ພຽງແຕ່ເປັນໜຶ່ງໃນຄັນທຸງນຳໜ້າຂອງພາກພື້ນອາຊຽນ ເທົ່ານັ້ນ ຫາກຍັງສະແດງບົດບາດນຳພາຂອງຕົນຢ່າງແທ້ຈິງ. ກຳລັງແຮງຂອງ ຫວຽດນາມ ແມ່ນ ຫວຽດນາມ ມີອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນໃນເວທີສາກົນ, ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດຶງດູດ, ໝັ້ນຄົງທາງດ້ານການເມືອງ ແລະ ນະໂຍບາຍການຕ່າງປະເທດສາມາດຄາດເດົາໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.