ຂ່າວເດັ່ນ

ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ພາກພື້ນ ອາຊຽນ

ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ພາກພື້ນ ອາຊຽນ

(VOVWORLD) - ການຢ້ຽມຢາມແມ່ນເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ແບ່ງປັນຂໍ້ມູນຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການພົວພັນອັນດີງາມເຊິ່ງ ຫວຽດນາມ ແລະ ບັນດາປະເທດ ອີຢູ ໄດ້ສ້າງຕັ້ງ.

ທີ່ການຕ້ອນຮັບ
(ພາບ: TTXVN)

        ຕອນບ່າຍວັນທີ 18 ເມສາ, ຢູ່ ຮ່າໂນ້ຍ, ທ່ານປະທານສານປະຊາຊົນສູງສຸດ ເລມິງຈີ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພາບເອີລົບ (ອີຢູ) ປະຈຳ ຫວຽດນາມ Julien Guerrier,  ມາຢ້ຽມຢາມ ແລະ ເຮັດວຽກຢູ່ສານປະຊາຊົນສູງສຸດ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານສານປະຊາຊົນສູງສຸດ ເລມິງຈີ ຢືນຢັນວ່າ, ການຢ້ຽມຢາມແມ່ນເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ແບ່ງປັນຂໍ້ມູນຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການພົວພັນອັນດີງາມເຊິ່ງ ຫວຽດນາມ ແລະ ບັນດາປະເທດ ອີຢູ ໄດ້ສ້າງຕັ້ງ. ຫວຽດນາມ ແລະ ອີຢູ ສ້າງຕັ້ງການພົວພັນທາງການທູດໃນປີ 1990. 2 ຝ່າຍໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ, ມີຜົນສັກສິດນັບແຕ່ປີ 2016. ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ອີຢູ ໄດ້ພັດທະນາຢ່າງແຮງໃນບັນດາຂົງເຂດການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການສຶກສາ - ບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາດ, ກົດໝາຍ ແລະ ຍຸຕິທຳ…

        ສ່ວນທ່ານເອກອັກຄະລັດຖະທູດ Julien Guerrier ຢືນຢັນວ່າ, ດ້ວຍບັນດາການພົວພັນ ແລະ ການພັດທະນາຢ່າງດີງາມນັ້ນ, ປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ ອາຊຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.