ຂ່າວເດັ່ນ

ຫວຽດນາມ ແນະນຳບັນດາກາລະໂອກາດລົງທຶນຢູ່ ແບນຊິກ

ຫວຽດນາມ ແນະນຳບັນດາກາລະໂອກາດລົງທຶນຢູ່ ແບນຊິກ

(VOVWORLD) - ເວທີປາໄສການຄ້າ ແລະ ການລົງທຶນ ອາຊຽນ 2019, ດ້ວຍຫົວຂໍ້ວ່າ: ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອເສດຖະກິດແບບຍືນຍົງ, ໂດຍຄະນະກຳມະການ ອາຊຽນ - ບຣຸກແຊນ ຈັດຕັ້ງ, ລວມມີບັນດາສະຖານທູດ ແລະ ຄະນະປະຕິບັດງານຂອງບັນດາປະເທດສະມາຊິກ ອາຊຽນ ປະຈຳຢູ່ ແບນຊິກ ແລະ ອີຢູ.

 ຫວຽດນາມ ແນະນຳບັນດາກາລະໂອກາດລົງທຶນຢູ່ ແບນຊິກ (ພາບ: TTXVN)

ວັນທີ 04 ເມສາ, ທີ່ເວທີປາໄສການຄ້າ ແລະ ການລົງທຶນ ອາຊຽນ 2019 ດຳເນີນຢູ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ, ຜູ້ຕາງໜ້າ ຫວຽດນາມ ໄດ້ແນະນຳໃຫ້ບັນດາປະເທດ ອາຊຽນ, ບັນດາວິສາຫະກິດ ແບນຊິກ ແລະ ເອີຣົບ ກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງການລົງທຶນ ແລະ ການຄ້າເຂົ້າ ຫວຽດນາມ ເມື່ອສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ ໄດ້ລົງນາມ ແລະ ໄດ້ນຳເຂົ້າປະຕິບັດໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນແກງເກື່ອງ ອັກຄະລັດຖະທູດທີ່ປຶກສາ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ແບນຊິກ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ແນະນຳບັນດາໝາກຜົນການນຳເຂົ້າ - ສົ່ງອອກລະຫວ່າງ ຫວຽດນາມ ກັບ ອີຢູ ເວົ້າລວມ ແລະ ແບນຊິກ ເວົ້າສະເພາະ, ພ້ອມທັງ ເນັ້ນໜັກເຖິງບັນດາທ່າແຮງໃນການແກ່ງແຍ້ງຕົ້ນຕໍຂອງ ຫວຽດນາມ.

        ເວທີປາໄສການຄ້າ ແລະ ການລົງທຶນ ອາຊຽນ 2019, ດ້ວຍຫົວຂໍ້ວ່າ: ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອເສດຖະກິດແບບຍືນຍົງ, ໂດຍຄະນະກຳມະການ ອາຊຽນ - ບຣຸກແຊນ ຈັດຕັ້ງ, ລວມມີບັນດາສະຖານທູດ ແລະ ຄະນະປະຕິບັດງານຂອງບັນດາປະເທດສະມາຊິກ ອາຊຽນ ປະຈຳຢູ່ ແບນຊິກ ແລະ ອີຢູ. ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນທີ່ມາຈາກບັນດາບໍລິສັດແຖວໜ້າຂອງ ແບນຊິກ ແລະ ເອີຣົບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.