ຂ່າວເດັ່ນ

ຫວຽດນາມ ​ເປັນ​ປະ​ເທດ​​ເຈົ້າພາບ​ຈັດ SEA Games 31 ​ໃນປີ 2021

ຫວຽດນາມ ​ເປັນ​ປະ​ເທດ​​ເຈົ້າພາບ​ຈັດ SEA Games 31 ​ໃນປີ 2021

(VOVWORLD) - ໃນຕອນຄໍ່າວັນທີ 11 ທັນວາ, ຢູ່ພິທີປິດ ງານມະຫາກໍາກິລາ SEA Games 30, ໄດ້ດໍາເນີນພິທີມອບ - ຮັບທຸງ ເປັນປະເທດເຈົ້າພາບຈັດຕັ້ງ SEA Games 31 ໃຫ້ແກ່ ຫວຽດນາມ, ຕາມນັ້ນແລ້ວ, SEA Games 31 ຈະດໍາເນີນໃນທ້າຍປີ 2021.

ພາຍຫຼັງການແຂ່ງຂັນມາເປັນເວລາ 10 ກວ່າວັນ, SEA Games 30 ໄດ້ອັດລົງຢ່າງຈົບງາມ, ເຊິ່ງຄະນະນັກກິລາຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຄວ້າໄດ້ຫຼຽນຄໍາ 98 ຫຼຽນ, ລື່ນກາຍຫຼາຍ ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນ.

        ຈາກນະຄອນຫຼວງ ມົດສະກູ, ແຫ່ງສະຫະພັນ ລັດເຊຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງຈົດໝາຍຊົມເຊີຍຜົນງານຕ່າງໆ ເຊິ່ງຄະນະນັກກິລາ ຫວຽດນາມ ບັນລຸໄດ້ໃນ SEA Games 30.

        ໃນຈົດໝາຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ SEA Games 30 ໄດ້ເປັນຂີດໝາຍສໍາຄັນສໍາລັບຄະນະນັກກິລາ ຫວຽດນາມ ໃນເວທີແຂ່ງຂັນກິລາລະດັບພາກພື້ນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.