ຂ່າວເດັ່ນ

ຫວຽດນາມ ເປັນເຈົ້າພາບຈັດຕັ້ງເຫດການຮັບປະກັນສິດທິດ້ານສະບຽງອາຫານຢູ່ນອກກອງປະຊຸມສະຫະປະຊາຊາດ

ຫວຽດນາມ ເປັນເຈົ້າພາບຈັດຕັ້ງເຫດການຮັບປະກັນສິດທິດ້ານສະບຽງອາຫານຢູ່ນອກກອງປະຊຸມສະຫະປະຊາຊາດ

(VOVWORLD) -ວັນທີ 3 ກໍລະກົດ, ຢູ່ນອກກອງປະຊຸມຄັ້ງທີ 59 ຂອງສະພາສິດທິມະນຸດສະຫະປະຊາຊາດຢູ່ນະຄອນ ເຊີແນວ(ສະວິດ), ຄະນະປະຈຳຫວຽດນາມ ຢູ່ນະຄອນ ເຊີແນວ ໄດ້ສົມທົບກັບຄະນະຜູ້ແທນບັງກລາແດັສ, ເມັກຊິກ ແລະ ໂຮນລັງ ໄດ້ສົມທົບກັນຈັດຕັ້ງເຫດການດ້ວຍຫົວຂໍ້ “ຫັນລະບົບສະບຽງອາຫານເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນບັນດາສິດທິສະບຽງອາຫານ, ແບ່ງປັນບົດຮຽນ , ພຶດຕິກຳຕົວຈິງ.

ທ່ານ ເລມິນຕ໋ວນ, ຜູ້ຕາງໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ

     ນະທີ່ນີ້, ທ່ານ ເລມິນຕ໋ວນ, ຜູ້ຕາງໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ແບ່ງປັນບັນດາປະສົບການຕົວຈິງຂອງຫວຽດນາມ ໃນການຊຸກຍູ້ລະບົບສະບຽງອາຫານແບບຍືນຍົງຊຶ້ງພົ້ນເດັ່ນແມ່ນໂຄງການຂະຫຍາຍເນື້ອທີ່ນາຄຸນນະພາບສູງ 1 ລ້ານເຮັດຕາ, ປ່ອຍອາຍພິດຕໍ່າໃນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຮອດປີ 2030. ທ່ານ ເນັ້ນໜັກວ່າ: ໂຄງການບໍ່ພຽງແຕ່ແນໃສ່ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມ, ຍົດສູງລາຍຮັບໃຫ້ຊາວກະສິກອນເທົ່ານັ້ນ, ຫາກຍັງຮັບປະກັນສິດທິສະບຽງອາຫານ, ໂດຍສະເພາະສໍາລັບກຸ່ມທີ່ມີຄວາມສ່ຽງສູງກ່ວາໝູ່ເຊັ່ນ: ແມ່ຍິງ ແລະຜູ້ທຸກຍາກ.





This site is protected by reCAPTCHA and the Google Privacy Policy and Terms of Service apply.