ຂ່າວເດັ່ນ

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 19 ລ້ານເທື່ອຄົນ, ທຳລາຍທຸກສະຖິຕິ

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 19 ລ້ານເທື່ອຄົນ, ທຳລາຍທຸກສະຖິຕິ

(VOVWORLD) - ລະດັບເຕີບໂຕຂອງການທ່ອງທ່ຽວ ຫວຽດນາມ ນອນໃນກຸ່ມສູງທີ່ສຸດໃນໂລກ, ພ້ອມກັບ ຍີ່ປຸ່ນ.

(ພາບປະກອບ)

ຕົວເລກຈາກກົມສະຖິຕິ (ກະຊວງການເງິນ ຫວຽດນາມ) ໃຫ້ຮູ້ວ່າ ເດືອນ ພະຈິກ ປີ 2025, ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 19,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນີ້ແມ່ນຕົວເລກສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ຕາມບົດລາຍງານຫຼ້າສຸດຂອງອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism), ການຟື້ນຟູຂອງຂະແໜງທ່ອງທ່ຽວ ຫວຽດນາມ ສ້າງຄວາມປະທັບໃຈໃນສະພາບພາກພື້ນ ອາຊີປາຊີຟິກ ຫາກໍ່ຟື້ນຟູພຽງ 90% ເມື່ອທຽບໃສ່ກ່ອນເກີດພະຍາດໂຄວິດ - 19. ສະນັ້ນ, ລະດັບເຕີບໂຕຂອງການທ່ອງທ່ຽວ ຫວຽດນາມ ນອນໃນກຸ່ມສູງທີ່ສຸດໃນໂລກ, ພ້ອມກັບ ຍີ່ປຸ່ນ.

ກ່ຽວກັບຂອບຂະໜາດຕະຫຼາດ, ຈີນ ສືບຕໍ່ແມ່ນຕະຫຼາດມີແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ຫຼາຍທີ່ສຸດໃນເດືອນ ພະຈິກ, ຖັດຈາກນັ້ນ ແມ່ນ ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ອາເມລິກາ ຕາມລຳດັບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.