ຂ່າວເດັ່ນ

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 6,76 ລ້ານເທື່ອຄົນໃນໄຕມາດທີ 1

[VOVWORLD] - 3 ເດືອນຕົ້ນປີ 2026, ຍອດຈຳນວນແຂກທ່ອງທ່ຽວມາ ຫວຽດນມາມ ບັນລຸ 6,67 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

        ໃນ​ສະ​ພາບ​ການ​ທ່ອງ​ທ່ຽ​ວ​ທົ່ວ​ໂລກ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ປ​ະ​ທະ​ກັນ​ດ້ານ​ພູມສາດ​ການ​ເມືອງ, ຂະ​ແໜງ​ທ່ອງ​ທ່ຽວ ຫວ​ຽດ​ນາມ ຍັງ​ມີ​ສັນ​ຍານ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ. ຕາມ​ການ​ສະ​ຖິ​ຕິ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ ແລ້ວ, ໄລ່​ສະ​ເພາະ​ເດືອນ ມີ​ນາ 2026, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 2,1 ລ້ານ​ເທື່ອ​ຄົນ. 3 ເດືອນ​ຕົ້ນ​ປີ 2026, ຍອດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ ຫວຽດ​ນ​ມາມ ບັນ​ລຸ 6,67 ລ້ານ​ເທື່​ອ​ຄົນ, ເພີ່ມ​ຂຶ້ນ 12,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.

        ໃນ​ໄຕ​ມາດ​ທີ 1 ປີ 2026, ຈີນ (ດ້ວຍ​ແຂກ​ທ່ອງ​ທ່ຽວ 1,4 ລ້ານ​ເທື່ອ​ຄົນ) ແລະ ສ.ເກົາ​ຫຼີ (1,3 ລ້ານ​ເທື່ອ​ຄົນ) ສືບ​ຕໍ່​ແມ່ນ 2 ຕະ​ຫຼາດ​ທີ່​ມີ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ, ກວມ​ເອົ​າ​ປະ​ມານ 40% ຍອດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​​ສາ​ກົນມາ ຫວຽດ​ນາມ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ແຫຼ່ງ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ ເອີ​ລົບ ມີ​ລະ​ດັບ​ເພີ່ມ​ຂຶ້ນ​ລວມ​ແມ່ນ 55,6%. ພິ​ເສດ, ຕະ​ຫຼາດ ລັດ​ເຊຍ ໄດ້​ເພີ່ມ​ຂຶ້ນ​ເຖິງ 163,4%, ສະ​ແດງ​ໃຫ້​ເຫັນ​ຄວ​າມ​ເອົາ​ໃຈ​ໃສ່​ຕໍ່​ຫວຽດ​ນາມ ຂອງ​ແຂກ​ທ່ອງ​ທ່ຽວ ລັດ​ເຊຍ​ນັບ​ມື້​ນັບຫຼາຍ.

          ​ຜົນ​ສັງລວມ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ໃນ​ເດືອນ ມີ​ນາ 2026 ແລະ ທັງ​ໄຕ​ມາດ​ທີ 1 ປີ 2026 ສະ​ແດງ​ໃຫ້​ເຫັນ​ວ່າ ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ບໍ່​ພ​ຽງ​ແຕ່​ເຕີບ​ໂຕ​ກ່ຽວ​ກັບ​​​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເທ່ົານັ້ນ, ຫາກ​​ຍັງໄດ້ຮັບ​ການ​ເປີດກວ້າງ ແລະ ຫັນ​ຕະ​ຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.