ຂ່າວເດັ່ນຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ
ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ
ວັນອັງຄານ, 13:35, 07/04/2020
ເຮືອງຈາ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ
(VOVWORLD) - ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ມອບບັນດາເຄື່ອງວິໄຈໄວຣັດ SARS-COV-2 ໃຫ້ປະເທດ ອິນໂດເນເຊຍ ຄືດັ່ງຂອງຂວັນແຫ່ງຄວາມມິດຕະພາບ, ສະແດງໃຫ້ເຫັນຄວາມຕັດສິນໃຈ, ຮ່ວມແຮງຮ່ວມໃຈຄວບຄຸມໂລກລະບາດໂຄວິດ-19.
ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ |
ບັນດາເຄື່ອງອຸປະກອນວິໄຈໄວຣັດ SARS-COV-2 ໂດຍ ຫວຽດນາມ ຄົ້ນຄວ້າ, ຜະລິດ ໄດ້ຮັບການຂົນສົ່ງທາງອາກາດໄປຍັງ ອິນໂດເນເຊຍ ໃນວັນທີ 05 ເມສາ ແລະ ໄດ້ສົ່ງເຖິງຫ້ອງທົດລອງຄົ້ນຄວ້າວິໄຈເຊື້ອພະຍາດຢູ່ໃຈກາງນະຄອນຫລວງ ຈາກາກຕາ ໃນທັນທີ.
ປັດຈຸບັນ, ອິນໂດເນເຊຍ ພວມຕົກເຂົ້າໃນສະພາບການຂາດບັນດາເຄື່ອງອຸປະກອນການແພດ. ໄລ່ຮອດວັນທີ 04 ເມສາ, ມີພຽງແຕ່ 9.700 ຄົນທີ່ໄດ້ຮັບການວິໄຈໂຄວິດ-19 ໃນຍອດຈຳນວນ 260 ລ້ານຄົນຂອງປະເທດນີ້.
Tag:VOV / VOVworld / ຫວຽດນາມ / ເຄື່ອງວິໄຈ / ໂຄວິດ-19 / ອິນໂດເນເຊຍ