ຂ່າວເດັ່ນ

ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນບົນເວທີສາກົນ

ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນບົນເວທີສາກົນ

(VOVWORLD) - ໃນໄລຍະ 80 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ປະຕິບັດຕາມສິ່ງນັ້ນ ແລະ ບັນລຸຜົນສຳເລັດຫຼາຍຢ່າງ, ກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສັນບົນເວທີສາກົນ.

ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນບົນເວທີສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານ Carl Thayer, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບ ຫວຽດນາມ, ວິທະຍາຄານປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

ຕາມທ່ານແລ້ວ, ໃນໄລຍະທາງ 80 ປີຜ່ານມາ, ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊຸກຍູ້ລັດທິຫຼາຍຝ່າຍກວ່າ, ສ້າງຕັ້ງບັນດາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ປະຈຸບັນແມ່ນນັບທັງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນອກນັ້ນ, ຫວຽດນາມ ກໍ່ເຂົ້າຮ່ວມ ແລະ ມີບັນດາການປະກອບສ່ວນຫຼາຍພໍສົນຄວນໃນບັນດາລະບອບລະບຽບການສາກົນ, ໃນນັ້ນມີເລື່ອງ 2 ຄັ້ງໄດ້ຮັບການເລືອກຕັ້ງເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ, ຍາມໃດກໍ່ມານະພະຍາຍາມຮັກສາຄວາມເປັນເອກະພາບໃນ ອາຊຽນ ແລະ ກາຍເປັນສຽງເວົ້າທີ່ພົ້ນເດັ່ນຂອງຂົ້ວໂລກໃຕ້.

ທ່ານສາດສະດາຈານ ໄດ້ຢ້ຳຄືນວ່າ, ກ່ອນນີ້ປະທານ ໂຮ່ຈີມິນ ໄດ້ຍົກອອກເຂັ້ມຊີ້ທິດໃຫ້ແກ່ ຫວຽດນາມ ແມ່ນຕ້ອງເຂັ້ມແຂງດ້ວຍຕົນເອງ ແລະ ເປັນເພື່ອນກັບທຸກໆປະເທດ. ໃນໄລຍະ 80 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ປະຕິບັດຕາມສິ່ງນັ້ນ ແລະ ບັນລຸຜົນສຳເລັດຫຼາຍຢ່າງ, ກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສັນບົນເວທີສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.