ຂ່າວເດັ່ນ

ຫວຽດນາມ ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ ຕາເວັນອອກາງ ເພີ່ມຂຶ້ນໃນທັນທີ

ຫວຽດນາມ ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ ຕາເວັນອອກາງ ເພີ່ມຂຶ້ນໃນທັນທີ

(VOVWORLD) - ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົງລະງັບໃຈຢ່າງສຸດຂີດ, ຢຸດຕິບັນດາການກະທຳທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນໃນທັນທີ, ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ

ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: BNG)

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການປະທະກັນທີ່ສັບສົນຢູ່ພາກພື້ນ ຕາເວັນອອກກາງ ພວມເພີ່ມຂຶ້ນ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອີນຊີ ແລະ ຄວາມປອດໄພຂອງປະຊາຊົນ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢືນທັດສະນະຂອງ ຫວຽດນາມ ຄືແນວນັ້ນໃນວັນທີ 28 ກຸມພາ ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ ຕາເວັນອອກກາງ ໃນປະຈຸບັນ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົງລະງັບໃຈຢ່າງສຸດຂີດ, ຢຸດຕິບັນດາການກະທຳທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນໃນທັນທີ, ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຈລະຈາສັນຕິພາບ ເພື່ອຄວາມໝັ້ນຄົງ, ຄວາມປອດໄພ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.