ຂ່າວເດັ່ນ

ຫວຽດນາມ - ຣັດເຊຍ ເພີ່ມທະວີການຮ່ວມມືໃນກວຽກງານກູ້ໄພ ແລະ ກູ້ຊີບ

ຫວຽດນາມ - ຣັດເຊຍ ເພີ່ມທະວີການຮ່ວມມືໃນກວຽກງານກູ້ໄພ ແລະ ກູ້ຊີບ

(VOVWORLD) - ຫວຽດນາມ ຕີລາຄາສູງ ຕໍ່ເລື່ອງກະຊວງສະຖານະການສຸກເສີນ ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ຫວຽດນາມ ບຳລຸງສ້າງ ຜູ້ຊ່ຽວຊານ, ຄູອາຈານ ມີລະດັບວິຊາສະເພາະສູງ ຈຳນວນຫຼາຍ ໃນຂົງເຂດຕ້ານສະກັດກັ້ນອັກຄີໄພ, ດັບເພີງ ແລະ ການກູ້ໄພ, ກູ້ຊີບ

ທ່ານ Aleksandr Kurenkov, ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສະຫະພັນຣັດເຊຍ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

    ວັນທີ 5 ມີນາ, ໃນການຕ້ອນຮັບ ທ່ານ Aleksandr Kurenkov, ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສະຫະພັນຣັດເຊຍ ຢູ່ ສຳນັກງານຫ້ອງວ່າການລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງ ຕໍ່ເລື່ອງກະຊວງສະຖານະການສຸກເສີນ ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ຫວຽດນາມ ບຳລຸງສ້າງ ຜູ້ຊ່ຽວຊານ, ຄູອາຈານ ມີລະດັບວິຊາສະເພາະສູງ ຈຳນວນຫຼາຍ ໃນຂົງເຂດຕ້ານສະກັດກັ້ນອັກຄີໄພ, ດັບເພີງ ແລະ ການກູ້ໄພ, ກູ້ຊີບ. ໃນຕໍ່ໜ້າ, ທ່ານ ນາຍົກລັດຖະມົນຕີ ສະເໜີໃຫ້ ສອງຝ່າຍ ເພີ່ມທະວີການຮ່ວມມື, ແບ່ງປັນປະສົບການກ່ຽວກັບ ການແຈ້ງເຕືອນ, ການສະກັດກັ້ນ ສະຖານະການສຸກເສີນ, ການກູ້ໄພ, ກູ້ຊີບ; ຫວັງວ່າ ຝ່າຍຣັດເຊຍ ຈະຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຮ່ວມມືເພື່ອຜະລິດບັນດາຍານພາຫະນະ, ອຸປະກອນເຕັກນິກວັດຖຸຕ່າງໆ; ຈັດຕັ້ງການຝຶກຊ້ອມຮ່ວມກັນ ແລະ ສືບຕໍ່ຊ່ວຍເຫຼືອ ຫວຽດນາມ ບຳລຸງສ້າງ, ຝຶກຊ້ອມບຸກຄະລາກອນໃນຂົງເຂດນີ້.

ສຳລັບ ຝ່າຍຣັດເຊຍ, ທ່ານ Aleksandr Kurenkov, ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສະຫະພັນຣັດເຊຍ ໄດ້ກ່າວວ່າ ການຮ່ວມມື ລະຫວ່າງ ກະຊວງສະຖານະການສຸກເສີນ ແລະ ບັນດາອົງການປະຕິບັດກົດໝາຍ ສະຫະພັນຣັດເຊຍ ກັບ ກະຊວງຕຳຫຼວດຫວຽດນາມ ສືບຕໍ່ເປັນເສົາຫຼັກສຳຄັນ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນຣັດເຊຍ; ພ້ອມດຽວນັ້ນ, ທ່ານໄດ້ ຢືນຢັນວ່າ ຈະຕັ້ງໜ້າຊຸກຍູ້ການຮ່ວມມືກັບບັນດາອົງການຝ່າຍຫວຽດນາມ, ໂດຍສະເພາະໃນບັນດາຂົງເຂດ, ເນື້ອໃນ ທີ່ ທ່ານນາຍົກລັດຖະມົນຕີ ໄດ້ກ່າວເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.