ຂ່າວເດັ່ນ

ຫວຽດນາມ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງຍຸດທະສາດ, logistics

ຫວຽດນາມ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງຍຸດທະສາດ, logistics

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA…

ທີ່ການຕ້ອນຮັບ
(ພາບ: VGP)

        ຕອນບ່າຍວັນທີ 25 ພະຈິກ, ທ່ານ ໂຮ່ດຶກເຟິກ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Carlos Felipe Jaramillio, ຮອງປະທານທະຫານໂລກ (WB) ຮັບຜິດຊອບ ອາຊີຕາເວັນອອກ ປາຊີຟິກ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA… ພ້ອມກັນນັ້ນ, ກໍ່ສະເໜີໃຫ້ທ່ານຮອງປະທານ WB ສົມທົບກັນຢ່າງແໜ້ນແຟ້ນກັບຜູ້ອຳນວຍການແຫ່ງຊາດ WB ປະຈຳ ຫວຽດນາມ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມການຮ່ວມມື, ຫັນບັນດາບຸລິມະສິດລວມລະຫວ່າງ 2 ຝ່າຍໃຫ້ປະກົດຜົນເປັນຈິງ.

        ສ່ວນທ່ານຮອງປະທານ Carlos Felipe Jaramillio ກໍ່ໄດ້ແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ກ່ຽວກັບບັນດາເນື້ອໃນຈຸດສຸມ, ຄື: ການລົງທຶນບັນດາໂຄງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ນະວັດຕະກຳ…

This site is protected by reCAPTCHA and the Google Privacy Policy and Terms of Service apply.