ຂ່າວເດັ່ນ

ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຊົນໂລກ ເພື່ອສັນຕິພາບ, ຄວາມຍຸຕິທຳ

ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຊົນໂລກ ເພື່ອສັນຕິພາບ, ຄວາມຍຸຕິທຳ

(VOVWORLD) - ການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກື່ອງ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກຢູ່ ຈີນ ຄັ້ງນີ້ ແມ່ນມີຄວາມໝາຍ ແລະ ເປັນສັນຍາລັກຢ່າງເລິກເຊິ່ງ

(ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິນວູ)

        ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 02 – 04 ກັນຍາ. ເນື່ອງໃນໂອກາດເຫດການສຳຄັນດັ່ງກ່າວ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິນວູ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຈຸດປະສົງ, ຄວາມໝາຍ ແລະ ຈຸດສຸມຂອງການໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ.

        ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິນວູ, ໃຫ້ຮູ້ວ່າ:

        “ການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກື່ອງ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກຢູ່ ຈີນ ຄັ້ງນີ້ ແມ່ນມີຄວາມໝາຍ ແລະ ເປັນສັນຍາລັກຢ່າງເລິກເຊິ່ງ, ສະແດງໃຫ້ເຫັນສຽງເວົ້າ, ຄວາມຮັບຜິດຊອບ ແລະ ສະແດງໃຫ້ຫັນການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ຄວາມມານະພະຍາຍາມຂອງປະຊາຊົນໂລກ ເພື່ອສັນຕິພາບ, ເພື່ອຄວາມຍຸຕິທຳຂອງໂລກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.