ຂ່າວເດັ່ນ

ຫວຽດນາມ ຊ່ວຍຫັນຂະແໜງກວດສອບຂອງ ລາວ ໄປສູ່ທັນສະໄໝ

ຫວຽດນາມ ຊ່ວຍຫັນຂະແໜງກວດສອບຂອງ ລາວ ໄປສູ່ທັນສະໄໝ

(VOVWORLD) - ເລື່ອງມອບ - ຮັບໂຄງການ ບໍ່ພຽງແຕ່ປະກອບສ່ວນຫັນວຽກງານກວດສອບຂອງອົງການກວດສອບແຫ່ງລັດ ລາວ ໄປສູ່ທັນສະໄໝເທົ່ານັ້ນ, ຫາກຍັງຊ່ວຍໃຫ້ການພົວພັນຮ່ວມມືລະຫວ່າງ 2 ອົງການກວດສອບແຫ່ງລັດຂອງ 2 ປະເທດນັບມື້ນັບພັດທະນາ

ພິທີມອບ - ຮັບໂຄງການ
(ພາບ: TTXVN)

        ຕອນບ່າຍວັນທີ 04 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີມອບ - ຮັບໂຄງການປັບປຸງການບໍລິການອົງການກວດສອບແຫ່ງລັດ ໄປສູ່ຄວາມທັນສະໄໝ (ໂຄງການ E-office) ລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ລາວ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ຮ່າທິມິຢຸງ, ຮອງຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ, ເນັ້ນໜັກວ່າ, ເລື່ອງມອບ - ຮັບໂຄງການ ບໍ່ພຽງແຕ່ປະກອບສ່ວນຫັນວຽກງານກວດສອບຂອງອົງການກວດສອບແຫ່ງລັດ ລາວ ໄປສູ່ທັນສະໄໝເທົ່ານັ້ນ, ຫາກຍັງຊ່ວຍໃຫ້ການພົວພັນຮ່ວມມືລະຫວ່າງ 2 ອົງການກວດສອບແຫ່ງລັດຂອງ 2 ປະເທດນັບມື້ນັບພັດທະນາ, ແທດຈິງ, ມີປະສິດທິຜົນ, ສົມກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືມິດຕະພາບຮອບດ້ານລະຫວ່າງ 2 ປະເທດອີກດ້ວຍ.

        ສ່ວນທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວ, ຢືນຢັນວ່າ, ນີ້ແມ່ນໂຄງການສຳຄັນ, ແທດຈິງ, ຖືກກັບຄວາມຕ້ອງການຂອງອົງການກວດສອບແຫ່ງລັດ ລາວ ໃນວຽກງານສ້າງຄວາມໝັ້ນຄົງເຂັ້ມແຂງ, ຫັນເປັນທັນສະໄໝ, ພັດທະນາພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ ຮັບໃຊ້ວຽກງານບໍລິຫານ, ກວດສອບຂອງອົງການກວດສອບແຫ່ງລັດ ລາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.