ຂ່າວເດັ່ນ

ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນດຶງດູດ FDI

ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນດຶງດູດ FDI

(VOVWORLD) - ບັນດານະໂຍບາຍໃໝ່ຂອງ ຫວຽດນາມ ນັບມື້ນັບຖືປັດໄຈເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາແບບຍືນຍົງ ແລະ ຖ່າຍທອດພູມປັນຍາ

(ພາບປະກອບ: TTXVN)

ວັນທີ 25 ກຸມພາ, ສຳນັກຂ່າວສານ Sputnik ຂອງ ລັດເຊຍ ໄດ້ລົງບົດຂຽນກ່ຽວກັບກຳລັງດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງ ຫວຽດນາມ, ໃນນັ້ນໃຫ້ຮູ້ວ່າ ໃນປີ 2025, ຫວຽດນາມ ໄດ້ດຶງດູດຈຳນວນທຶນ FDI ສູງທີ່ສຸດໃນຮອບເວລາ 5 ປີມໍ່ໆມານີ້ ແລະ ຄາດວ່າຈະສືບຕໍ່ຮັກສາກຳລັງແຮງດຶງດູດນີ້ໃນປີ 2026.

ຕາມບົດຂຽນແລ້ວ, ບໍລິສັດກົດໝາຍສາກົນ D’Andrea Partners (DP Group) ທີ່ໄດ້ສ້າງຕັ້ງຢູ່ ອີຕາລີ ແລະ ສະໜອງບັນດາການບໍລິການໃຫ້ຄຳປຶກສາ, ພາສີຂ້າມຊາຍແດນ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນໃນກຸ່ມ 7 ຕະຫຼາດທີ່ມີແງ່ຫວັງທີ່ສຸດຂອງພາກພື້ນ ອາຊີ. DP Group ກໍ່ໃຫ້ຂໍ້ສັງເກດວ່າ ບັນດານະໂຍບາຍໃໝ່ຂອງ ຫວຽດນາມ ນັບມື້ນັບຖືປັດໄຈເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາແບບຍືນຍົງ ແລະ ຖ່າຍທອດພູມປັນຍາ, ສ້າງພື້ນຖານການເຕີບໂຕໃນໄລຍະຍາວເປັນສຳຄັນ. ນອກນັ້ນ, ຫວຽດນາມ ກໍ່ຖືເປັນສຳຄັນການພັດທະນາຂະແໜງພະລັງງານ, ໂດຍສະເພາະແມ່ນພະລັງງານທົດແທນ ກ່ໍມີກຳລັງດຶງດູດການລົງທຶນຢ່າງໃຫຍ່ຫຼວງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.